ວັນທີ 8 ກໍລະກົດ, ກອງທຶນເງິນຕາສາກົນ (IMF) ຄາດວ່າ ເສດຖະກິດທົ່ວໂລກຈະມີການເຕີບໂຕຢູ່ລະດັບ 3%ໃນປີ 2026, ກ່ອນທີ່ຈະຟື້ນຟູຂຶ້ນລະດັບ 3,4%ໃນປີ 2027, ໃນສະພາບການຄວາມສ່ຽງຈາກການປະທະກັນຢູ່ພາກພື້ນຕາເວັນອອກກາງສືບຕໍ່ສ້າງຄວາມກົດດັນ.
ຕາມບົດລາຍງານແງ່ຫວັງເສດຖະກິດໂລກເດືອນ ກໍລະກົດ 2026 ຂອງ IMFແລ້ວ, ລະດັບການເຕີບໂຕຄາດຄະເນໃນປີ 2026 ຕ່ຳກວ່າລະດັບສະເລຍ 3,5%ໃນໄລຍະ 2024 – 2025, ພ້ອມທັງຫຼຸດລົງເມື່ອທຽບໃສ່ການຄາດຄະເນ 3,1% ທີ່ຍົກອອກມາເມື່ອເດືອນເມສາຜ່ານມາ. IMF ໃຫ້ຮູ້ວ່າ ຜົນກະທົບຈາກການປະທະກັນຢູ່ພາກພື້ນຕາເວັນອອກກາງ ສ່ວນໃດໜຶ່ງໄດ້ຮັບການຊົດເຊີຍຈາກທ່າເຕີບໂຕໃນສັງກາດເຕັກໂນໂລຢີທົ່ວໂລກ ຍ້ອນຄວາມຕ້ອງການທີ່ນັບມື້ນັບສູງ ແລະ ການພັດທະນາ, ການໝູນໃຊ້ປັນຍາປະດິດ. ສຳລັບບັນດາພື້ນຖານເສດຖະກິດໃຫຍ່, IMF ຄາດວ່າອາເມລິກາ ຈະມີການເຕີບໂຕ 2,3%ໃນປີນີ້, ເຂດນຳໃຊ້ສະກຸນເງິນລວມເອີລົບ (Eurozone) ເພີ່ມຂຶ້ນ 0,9%, ໃນຂະນະທີ່ຄາດຄະເນການເຕີບໂຕຂອງຈີນໄດ້ຮັບການດັດປັບຂຶ້ນຫນ້ອຍໜຶ່ງແມ່ນ 4,6%.
