ທ່ານນາງຜູ້ອໍານວຍການໃຫຍ່ IMF Kristalina Georgieva (ພາບ: AFP/TTXVN) |
ທ່ານນາງຜູ້ອໍານວຍການໃຫຍ່ IMF Kristalina Georgieva ໃຫ້ຮູ້ວ່າ ວິວັດການຟື້ນຟູເສດຖະກິດຈະຊ້າລົງ ຖ້າຫາກວ່າລະດັບຄວາມໄວຂອງການສັກວັກຊິນກັນພະຍາດໂຄວິດ - 19 ບໍ່ໄດ້ຮັບການຍູ້ໄວ ແລະ ດ້ວຍລະດັບຄວາມໄວໃນການສັກວັກຊິນຄືໃນປັດຈຸບັນ, ເປົ້າໝາຍຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປກ່ອນທ້າຍປີ 2022 ແມ່ນບໍ່ອາດບັນລຸໄດ້.
ທ່ານນາງກໍສະແດງຄວາມວິຕົກກັງວົນຕໍ່ທ່ວງທ່າຟື້ນຟູເສດຖະກິດທີ່ອາດຈະຫຼຸດລົງ ໃນສະພາບການທີ່ບັນດາປະເທດພວມພັດທະນາຂາດແຄນແຫຼ່ງສະໜອງວັກຊິນ ແລະ ໄວຣັດກາຍພັນ Delta ມີລະດັບແຜ່ລະບາດຢ່າງແຮງ.

