ເສັ້ນທາງຄວາມໄວສູງ Srinagar-Leh, ຊາຍແດນ ລະຫວ່າງ ອິນເດຍ ແລະ ຈີນ (ພາບ: AFP/TTXVN) |
ວັນທີ 3 ກໍລະກົດ, ໜັງສືພິມ Hindustand Times ໄດ້ໃຫ້ຂ່າວວ່າ ຂໍ້ຕົກລົງກ່ຽວກັບການຈັດຕັ້ງການເຈລະຈາຮອບຕໍ່ໄປລະຫວ່າງບັນດາຜູ້ບັນຊາການທະຫານ ແມ່ນໝາກຜົນລະອຽດອັນໜຶ່ງອັນດຽວ ພາຍຫຼັງການເຈລະຈາຕາມຮູບການທາງອອນລາຍຂອງ ກົນໄກເຮັດວຽກເພື່ອປຶກສາຫາລື ແລະ ສົມທົບກັນ (WMCC) ກ່ຽວກັບບັນດາບັນຫາຊາຍແດນ ທີ່ໄດ້ລົງນາມໃນວັນທີ 25 ມິຖຸນາ ຜ່ານມາ.
ຄວາມເຄັ່ງຕຶງກ່ຽວກັບບັນຫາຊາຍແດນ ລະຫວ່າງ ອິນເດຍ ແລະ ຈີນ ຖືກປີນຂັ້ນໄດຄືນໃໝ່ ນັບແຕ່ຕົ້ນເດືອນພຶດສະພາ ປີ 2020 ໃນສະພາບການທີ່ສອງຝ່າຍໄດ້ເພີ່ມພົນທະຫານພັນພັນຄົນ ພ້ອມດ້ວຍອາວຸດປະເພດໜັກຫຼາຍຊະນິດຢູ່ຊາຍແດນ. ເຖິງວ່າສອງຝ່າຍໄດ້ດຳເນີນການເຈລະຈາຫຼາຍກວ່າ 20 ຮອບແລ້ວ ແຕ່ຍັງບໍ່ທັນບັນລຸໄດ້ຄວາມເຫັນດີກ່ຽວກັບບັນຫາດັ່ງກ່າວ.

