ວັນທີ 27 ກໍລະກົດ, ກະຊວງການຕ່າງປະເທດ ອິນເດຍ ໄດ້ຮຽກຕົວເອກອັກຄະລັດຖະທູດ ຢູແກຼນ ປະຈຳ New Delhi ມາ, ເພື່ອຄັດຄ້ານເຫດບຸກໂຈມຕີເລັ່ງໃສ່ບັນດາກຳປັ່ນບັນທຸກສິນຄ້າໃນທະເລດຳ ເຮັດໃຫ້ລູກເຮືອອິນເດຍ ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ. ໃນການເຮັດວຽກກັບທ່່ານ Oleksandr Polishchuk ເອກອັກຄະລັດຖະທູດ ຢູແກຼນ, ກະຊວງການຕ່າງປະເທດ ອິນເດຍ ຢັ້ງຢືນວ່າເລື່ອງບັນດາກຳປັ່ນບັນທຸກສິນຄ້າຖືກໂຈມຕີໃນເຂດພວມເກີດການປະທະກັນນັ້ນບໍ່ພຽງແຕ່ນາບຂູ່ເຖິງຊີວິດຂອງບັນດາລູກເຮືອ ເທົ່ານັ້ນຫາກຍັງກໍ່ຜົນສະທ້ອນຢ່າງຮ້າຍແຮງ ຕໍ່ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ບັນດາການເຄື່ອນໄຫວດ້ານການຄ້າສາກົນອີກດ້ວຍ. ກະຊວງການຕ່າງປະເທດ ອິນເດຍ ສະເໜີເອກອັກຄະລັດຖະທູດ ຢູແກຼນສົ່ງບັນດາຄວາມວິຕົກກັງວົນຂອງປະເທດນີ້ເຖິງລັດຖະບານ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ຕ້ອງຢຸດຕິບັນດາການກະທຳທີ່ກໍ່ຄວາມອັນຕະລາຍເຖິງຊີວິດຂອງລູກເຮືອພົນລະເຮືອນໃນທັນທີ.
ອິນເດຍຮຽກຕົວ ເອກອັກຄະລັດຖະທູດ ຢູແກຼນ ພາຍຫຼັງບັນດາເຫດບຸກໂຈມຕີກຳປັ່ນບັນທຸກສິນຄ້າໃນທະເລດຳ
[VOVWORLD] - ກະຊວງການຕ່າງປະເທດ ອິນເດຍ ສະເໜີເອກອັກຄະລັດຖະທູດ ຢູແກຼນສົ່ງບັນດາຄວາມວິຕົກກັງວົນຂອງປະເທດນີ້ເຖິງລັດຖະບານ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ຕ້ອງຢຸດຕິບັນດາການກະທຳທີ່ກໍ່ຄວາມອັນຕະລາຍເຖິງຊີວິດຂອງລູກເຮືອພົນລະເຮືອນໃນທັນທີ.
