ຕຳຫຼວດອິນໂດເນເຊຍໄປລາດຕະເວັນຢູ່ຈາກາຕາ (ພາບ: AFP/TTXVN)

ທ່ານ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ຂອງການເລືອກຕັ້ງປະທານາທິບໍດີ ໃນວັນທີ 17 ເມສາທີ່ຜ່ານມາ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ໃນວັນທີ 15 ຕຸລາ, ທ່ານນາຍພົນ Dedi Prasetyo ໂຄສົກຕຳຫຼວດແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ ຕຳຫຼວດຕ້ານການກໍ່ການຮ້າຍຂອງປະເທດນີ້ໄດ້ສະກັດກັ້ນແຜນການວາງລະເບີດສະຫຼະຊີບຢູ່ບາງນະຄອນກ່ອນດຳເນີນພິທີສາບານຕົວຮັບຕຳແໜ່ງຂອງທ່ານປະທານາທິບໍດີ Joko Widodo.

ກ່ອນໜ້ານັ້ນ, ນັບແຕ່ເດືອນກັນຍາ, ກຳລັງຕ້ານການກໍ່ການຮ້າຍຂອງ ອິນໂດເນເຊຍ, Detachment 88 ໄດ້ຈັບຕົວ 27 ຄົນທີ່ຖືກສົງໄສວ່າແມ່ນຜູ້ກໍ່ການຮ້າຍໃນທົ່ວປະເທດ. ບັນດາຜູ້ຖືກສົງໄສເຫຼົ່ານັ້ນລ້ວນແຕ່ແມ່ນສະມາຊິກຂອງ ກຸ່ມ Jamaab Ansharut Daulah (JAD), ເປັນເຄືອຂ່າຍກໍ່ການຮ້າຍທີ່ກ່ຽວຂ້ອງເຖິງອົງການ “ລັດອິດສະລາມ” (IS).