|
(ພາບ: TTXVN) |
ສູນປະກອບອົງຄະທຽມ Jaipur Foot ໄດ້ຈັດຕັ້ງໂດຍກະຊວງການຕ່າງປະເທດອິນເດຍ, ສະຖານທູດອິນເດຍປະຈໍາຫວຽດນາມ ໃນຂອບເຂດຂໍ້ລິເລີ່ມ ໜູນຊ່ວຍການພັດທະນາສອງຝ່າຍຢູ່ຫວຽດນາມ. ດ້ວຍໂຄງການໜູນຊ່ວຍມະນຸດສະທໍາດັ່ງກ່າວ, ມີຄົນພິການ 500 ກວ່າຄົນ ຢູ່ສອງແຂວງ ຫວິງຟຸກ ແລະ ຝຸເທາະ ຈະໄດ້ປະກອບອົງຄະທຽມ ໂດຍບໍ່ເສຍຄ່າ ໃນ ເດືອນ ກໍລະກົດ 2018, ລາຍຈ່າຍໃນການໜູນຊ່ວຍມີມູນຄ່າເກືອບ 7 ລ້ານດົ່ງຕໍ່ຄົນ.
ນອກຈາກການໜູນຊ່ວຍກ່ຽວກັບພື້ນຖານດ້ານວັດຖຸ, ສົ່ງຖັນແຖວແພດ, ໝໍ ມາໜູນຊ່ວຍເປັນເວລາ 20 ວັນ ແລ້ວ, ໂຮງໝໍມິດຕະພາບ ລາກຫວຽດ ກໍຈະຮັບຜິດຊອບໜ້າທີ່ຕິດຕາມກວດກາເປັນປະຈໍາໄລຍະ ໃຫ້ຄົນພິການທັງໝົດ ທີ່ໄດ້ປະກອບອົງຄະທຽມ ເຊິ່ງນອນໃນໂຄງການ, ລາຍການດັ່ງກ່າວ.

