(ພາບ: BNPB)
ວັນທີ 17 ສິງຫາ, ພິທີສະເຫຼິມສະຫຼອງ 81 ປີແຫ່ງວັນຊາດຂອງ ອິນໂດເນເຊຍ (17 ສິງຫາ 1945 – 17 ສິງຫາ 2026) ໄດ້ຈັດຂຶ້ນຢູ່ວັງ Merdeka ຢູ່ ຈາກາກຕາ. ພິທີໄດ້ໄຂຂຶ້ນດ້ວຍການສະຫງວນເວລາ 1 ນາທີເພື່ອອາໄລຫາບັນດານັກວິລະຊົນຂອງຊາດ ແລະ ພາວະພາຂໍ້ໃຫ້ປະຊາຊົນທີ່ພວມຖືກຜົນສະທ້ອນຈາກໄພພິບັດທຳມະຊາດ.
ທີ່ພິທີ, ທ່ານ Prabowo Subianto, ປະທານາທິບໍດີ ອິນໂດເນເຊຍ ເນັ້ນໜັກວ່າ ວັນເອກະລາດແມ່ນໂອກາດເພື່ອໃຫ້ປະຊາຊົນ ອິນໂດເນເຊຍ ແບ່ງປັນຄວາມມ່ວນຊື່ນ, ຫາກຍັງແມ່ນຈຸດເວລາເພື່ອສະແດງໃຫ້ເຫັນຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ພໍ່ແມ່ປະຊາຊົນພວມປະສົບກັບຄວາມຫຍຸ້ງຍາກ, ທຸກຄົນຈົ່ງພ້ອມກັນພາວະນາໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນໄພທຳມະຊາດຢູ່ Sumatra, ທາງທິດຕາເວັນອອກ Nusa Tenggara ແລະ ບັນດາເຂດອື່ນຂອງ ອິນໂດເນເຊຍ. ພ້ອມກັບພິທີຈັດຂຶ້ນຢູ່ ຈາກາກຕາ, ມີລັດຖະມົນຕີ ແລະ ເຈົ້າໜ້າທີ່ລັດຖະບານ ອິນໂດເນເຊຍ ຈຳນວນໜຶ່ງໄດ້ໄປເຖິງບັນດາທ້ອງຖິ່ນຖືກຜົນສະທ້ອນຂອງເຫດແຜ່ນດິນໄຫວຢູ່ ທາງທິດຕາເວັນອອກ Nusa Tenggara ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດພ້ອມກັບປະຊາຊົນ, ພ້ອມກັນນັ້ນຊີ້ນຳວຽກງານຮັບມື ແລະ ກູ້ໄພກູ້ຊີບ.
