ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດ ອິນໂດເນເຊຍ (ພາບ: THX/ TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດ ອິນໂດເນເຊຍ (TNI) ໃນວັນທີ 05 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃຫ້ຮູ້ວ່າ: ພາຍຫລັງເປີດສະຫຼອງຖານທັບທີ່ໝູ່ເກາະ Natuna ຢູ່ທະເລຕາເວັນອອກ, ຖານທັບ 4 ແຫ່ງອື່ນຈະໄດ້ຮັບການສ້າງຕັ້ງຢູ່ Biak, Merauke, Morotai ແລະ Saumlaki. ແລະກໍ່ໃນພິທີດັ່ງກ່າວ, ທ່ານປະທານາທິບໍດີ Joko Widodo ໃຫ້ຮູ້ວ່າ: ອິນໂດເນເຊຍ ພວມມານະພະຍາຍາມຍົກສູງກຳລັງຄວາມສາມາດສົມທົບກັນລະຫວ່າງບັນດາກຳລັງກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ ແນໃສ່ແກ້ໄຂບັນດາໄພນາບຂູ່ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນ ມີລັດທິກໍ່ການຮ້າຍ.