ກອງກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ຊອກໄດ້ຊິ້ນສ່ວນສົບຂອງຜູ້ປະສົບໄພຕື່ມອີກ ແລະ ວັດຖຸທີ່ກ່ຽວຂ້ອງຫຼາຍຢ່າງ ຢູ່ບໍລິເວນຍົນຕົກ

(ພາບ: THX/ TTXVN)

ຕາມລາຍງານຫຼ້າສຸດ ຂອງຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ອິນໂດເນເຊຍ, ເມື່ອວັນທີ 30 ຕຸລາ ໃຫ້ຮູ້ວ່າ: ພຽງແຕ່ 2 ນາທີ ພາຍຫຼັງຍົນຂຶ້ນ, ຍົນ Boeing 737 Max 8 ໄດ້ປະສົບບັນຫາທາງດ້ານເຕັກນິກ ແລະ ຈຸບິນ ໄດ້ຮຽກຮ້ອງໃຫ້ສະຖານີຄວບຄຸມການສັນຈອນທາງອາກາດ ຢູ່ສະໜາມບິນ ຈາກາຕາ ອະນຸຍາດໃຫ້ຍົກລະດັບຄວາມສູງ ຈາກປະມານ 500 ແມັດ ຂຶ້ນເປັນ 1.500 ແມັດ. ຄຳຮຽກຮ້ອງນີ້ໄດ້ຮັບຄວາມເຫັນດີ, ແຕ່ຍົນພັດຕົກລົງໃນເວລາ 11 ນາທີຫຼັງຈາກນັ້ນ. ຕາມຄະນະກຳມະການຄວມປອດໄພທາງຄົມມະນາຄົມແຫ່ງຊາດ ອິນໂດເນເຊຍ, ມີຜູ້ໂດຍສານຜູ້ໃຫຍ່ 178 ຄົນ, ເດັກນ້ອຍ 1 ຄົນ ແລະ ເດັກແດງ 2 ຄົນ, ນັກບິນ 2 ຄົນ ແລະ ສະມາຊິຈຸບິນ 6 ຄົນ ຢູ່ເທິງຖ້ຽວບິນດັ່ງກ່າວ. ໃນຈຳນວນຜູ້ປະສົບໄພມີ 20 ຄົນທີ່ເປັນພະນັກງານ ເຮັດວຽກໃຫ້ແກ່ກະຊວງການເງີນ ອິນໂດເນເຊຍ ແລະ ມີນັກແຂ່ງລົດຖີບອາຊີບ ຄົນອີຕາລີ ຊື່ວ່າ Andrea Manfredi .