ກ່າວຄຳເຫັນ ໃນການປະຊຸມຖະແຫຼງຂ່າວ ປະຈຳໄລຍະ ຢູ່ທີ່ນະຄອນຫຼວງ ເຕເຮຣານ, ໃນວັນທີ 24 ສິງຫາ, ທ່ານ Esmaeil Baqaei ໂຄສົກ ກະຊວງການຕ່າງປະເທດ ອິຣານ ໄດ້ຢັ້ງຢືນວ່າ ທຸກໆການສົມຮູ້ຮ່ວມຄິດ ກັບການກະທຳ ທີ່ເປັນປໍລະປັກ ຂອງ ອາເມລິກາ ເພື່ອຕ້ານອິຣານນັ້ນ, ຈະນໍາມາເຊິ່ງ ຜົນຢ້ອນຫຼັງຢ່າງຮ້າຍແຮງ ໃຫ້ ບັນດາປະເທດ ໃນພາກພື້ນ. ນີ້ແມ່ນ ຄັ້ງທີ 2 ໃນໄລຍະ ເວລາ ສອງສາມວັນ, ອິຣານ ໄດ້ຍົກອອກຄຳກ່າວເຕືອນ ທີ່ມີລັກສະນະນາບຂູ່ເລັ່ງໃສ່ ບັນດາປະເທດ ໃນພາກພື້ນ. ໃນທ້າຍອາທິດຜ່ານມາ, ທ່ານ Mohsen Rezaee ເລຂາທິການ ສະພາຄວາມໝັ້ນຄົງ ແຫ່ງຊາດ ສູງສຸດ ອິຣານກໍໄດ້ຖະແຫຼງວ່າ ບໍ່ວ່າປະເທດໃດ ໃນພາກພື້ນທີ່ເຂົ້າຮ່ວມ ບັ້ນຮົບ ກໍ່ຄວາມກົດດັນຕໍ່ເສດຖະກິດ ຂອງອາເມລິກາ ເພື່ອຕ້ານອິຣານ, ກໍຈະຖືກຮັບຜົນຢ້ອນຫຼັງຢ່າງຮ້າຍແຮງ. ຕາມນັ້ນ, ອິຣານ ບໍ່ພຽງແຕ່ ບຸກໂຈມກຳປັ່ນຂົນສົ່ງນ້ຳມັນທີ່ແລ່ນຜ່ານ ຊ່ອງແຄບທະເລ Hormuz ເທົ່ານັ້ນ, ຫາກຍັງບຸກໂຈມຕີບັນດາເສັ້ນທາງສົ່ງອອກນ້ຳມັນ ອື່ນໆ ຢູ່ໃນເຂດ ອ່າວເປີນເຊຍ, ຖ້າຫາກ ບັນດາ ປະເທດໃກ້ຄຽງເຂົ້າຮ່ວມ ບັນດາ ຄຳສັ່ງລົງໂທດ ຂອງ ອາເມລິກາ ເພື່ອຕ້ານອິຣານ.
ໃນວັນດຽວກັນ, ກະຊວງການເງິນ ອາເມລິກາ ໄດ້ປະກາດຂະຫຍາຍ ຂອບເຂດ ການນາບຂູ່ ທີ່ຈະນຳໃຊ້ການລົງໂທດ ຂັ້ນສອງ ຕໍ່ກັບ ບັນດາ ອົງການຈັດຕັ້ງ ແລະ ປະເທດທີ່ສືບຕໍ່ ທຸລະກຳກັບອິຣານ, ໂດຍສຸມໃສ່ 5 ຂົງເຂດ, ລວມມີ: ຊັບສິນເຕັກນິກ ດີຈີຕອນ, ເຕັກໂນໂລຊີ, ຄຳ, ການບິນ ແລະ ການຂົນສົ່ງທາງທະເລ. ທ່ານ Scott Bessent ລັດຖະມົນຕີ ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ບັນດາ ມາດຕະການ ໃໝ່ ແມ່ນນອນຢູ່ໃນ ບັ້ນຮົບເຊິ່ງ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ເອີ້ນວ່າ "D-Day ເສດຖະກິດ", ແນ່ໃສ່ ແຍກ ອີຣານຕົກຢູ່ທ່າໂດດດຽວທາງດ້ານການເງິນ ແລະ ຕັດຂາດ ບັນດາ ແຫຼ່ງກຳລັງ ທີ່ຊ່ວຍໃຫ້ ເຕເຮຣານ ຮັກສາ ພື້ນຖານ ເສດຖະກິດ ໃນສະພາບທີ່ການປະທະກັນແກ່ຍາວ ເກືອບ 6 ເດືອນ.
