IS ຍອມຮັບວ່າ ເປັນຜູ້ດຳເນີນເຫດວາງລະເບີດສະຫຍອງຂວັນຢູ່ ປາກິດສະຖານ (ພາບ: EFE-EPA/TTXVN) |
ຈຳນວນຄົນເສຍຊີວິດທັງໝົດໃນເຫດວາງລະເບີດດັ່ງກ່າວໄດ້ຂຶ້ນເຖິງ 128 ຄົນ, ພ້ອມກັນນັ້ນ ມີ 150 ຄົນໄດ້ຮັບບາດເຈັບ. ນີ້ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດນັບແຕ່ປີ 2014 ເປັນຕົ້ນມາ ແລະ ນີ້ແມ່ນເຫດບຸກໂຈມຕີຄັ້ງທີ 3 ໃນອາທິດນີ້ ແນໃສ່ບັນດາເຫດການຫາສຽງເລືອກຕັ້ງ, ໄດ້ກໍ່ຄວາມວິຕົກກັງວົນກ່ຽວກັບສະພາບຄວາມສະຫງົບປອດໄພຂອງການເລືອກຕັ້ງ ປາກິດສະຖານ ເຊິ່ງຈະດຳເນີນໃນວັນທີ 25 ກໍລະກົດ.

