ກຳລັງສະໜັບສະໜູນລັດຖະບານ ແລະ ພວກກະບົດ Houthi ຢູ່ Marib (ພາບ: AFP/TTXVN) |
ເຢແມນ ຖືກຕົກເຂົ້າສູ່ສະພາບສົງຄາມການເມືອງນັບແຕ່ທ້າຍປີ 2014, ເມື່ອກຳລັງກະບົດ Houthi ຍາດໄດ້ສິດຄວບຄຸມບາງແຂວງຢູ່ເຂດພາກເໜືອ ເຢແມນ ອັນໄດ້ເຮັດໃຫ້ລັດຖະບານຂອງທ່ານປະທານາທິບໍດີ Abd-Rabbu Mansour Hadi ໄດ້ຮັບການຮັບຮອງຈາກສາກົນ ຈຳເປັນຕ້ອງຍົກຍ້າຍອອກຈາກນະຄອນຫຼວງ Sanaa ສະຫະພັນ ອາຣັບ ໂດຍ ຊາອຸດິ ອາຣັບບີ ນຳໜ້າ ໄດ້ແຊກແຊງການທະຫານຢູ່ ເຢແມນ ນັບແຕ່ປີ 2015 ເພື່ອໜູນຊ່ວຍລັດຖະບານຂອງທ່ານປະທານາທິບໍດີ Abd-Rabbu Mansour Hadi.

