ວັນທີ 20 ເມສາ, ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ອີຣານ ປັດຈຸບັນຍັງບໍ່ທັນຍົກອອກບໍ່ວ່າການຕັດສິນໃດກ່ຽວກັບການເຂົ້າຮ່ວມການເຈລະຈາຮອບໃໝ່ ກັບ ອາເມລິກາ. ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ອາເມລິກາ ບໍ່ມີຄວາມເຂັ້ມງວດຢ່າງແທ້ຈິງໃນການເດີນຕາມເສັ້ນທາງການທູດ ແລະ ບັນດາການກະທຳຄື: ບຸກໂຈມຕີທ່າກຳປັ່ນຂົນສົ່ງສິນຄ້າ ອີຣານ, ຈັດວາງຄຳສັ່ງປິດລ້ອມກອງທັບເຮືອ ແລະ ຢຸດສະງັກການປະຕິບັດບັນດາຂໍ້ຕົກລົງຢຸດຍິງລ້ວນແຕ່ແມ່ນການລະເມີດຢ່າງຈະແຈ້ງ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກ່າວເຕືອນວ່າ ຈະມີບັນດາຜົນຕາມມາຢ່າງຮ້າຍແຮງສຳລັບຄວາມໝັ້ນຄົງຢູ່ພາກພື້ນ ແລະ ທົ່ວໂລກຖ້າຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນ. ໃນການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif, ທ່ານ ຕຳໜິຕິຕຽນ ວໍຊິງຕັນ ລະເມີດຄຳໝັ້ນສັນຍາ, ເດີນຕາມນະໂຍບາຍສ້າງຄວາມກົດດັນ ແລະ ມີການກະທຳຂາດຄວາມສະເໝີຕົ້ນສະເໝີປາຍໃນວິວັດການການເຈລະຈານັບທັງການປະຕິບັດຄຳສັ່ງຢຸດຍິງ.
ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Donald Trumpໃຫ້ຮູ້ວ່າ ໄດ້ຊີ້ນຳບັນດານັກເຈລະຈາໄປຍັງ ປາກິດສະຖານເພື່ອກະກຽມຮອບເຈລະຈາຕໍ່ໄປ, ແຕ່ມາຮອດປັດຈຸບັນ ອີຣານຍັງບໍ່ຢັ້ງຢືນຈະເຂົ້າຮ່ວມ.
