ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ໄລ່ຮອດຈຸດເວລານີ້, ວຽກງານກະກຽມແກ່ການເລືອກຕັ້ງດັ່ງກ່າວ ໄດ້ປະຕິບັດສຳເລັດໂດຍພື້ນຖານແລ້ວ.
“ທ້ອງຖິ່ນຕ່າງໆ ໄດ້ກຽມພ້ອມຢ່າງສູງໃຫ້ແກ່ວັນເລືອກຕັ້ງແລ້ວ. ບາງທ້ອງຖິ່ນທີ່ດຳເນີນການເລືອກຕັ້ງກ່ອນເວລາກຳນົດ ກໍຮັບປະກັນຄວາມປອດໄພ ແລະ ຖືກຕ້ອງຕາມກົດໝາຍ. ເວົ້າລວມແລ້ວ, ການເລືອກຕັ້ງຢູ່ແຕ່ລະຂັ້ນ, ຂະແໜງການ, ທ້ອງຖິ່ນ, ນະຄອນຕ່າງໆ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແໜ້ນແຟ້ນ ແລະ ໃຫ້ໝາກຜົນສູງ”
ທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ (ພາບ: VOV) |
ກ່ຽວກັບວຽກງານບຸກຄະລາກອນ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຕາມທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າ ອະນຸກຳມະການບຸກຄະລາກອນ ສະພາເລືອກຕັ້ງແຫ່ງຊາດ ແລ້ວ, ສະພາເລືອກຕັ້ງແຫ່ງຊາດ ໄດ້ມີການເຮັດວຽກຢ່າງພາວະວິໄສ, ທ່ຽງທຳ, ມີຄວາມຮັບຜິດຊອບ ແລະ ຮັບປະກັນຖືກຕ້ອງຕາມກົດໝາຍ.
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: cand.com.vn) |
ໄລ່ມາຮອດຈຸດເວລານີ້, ມີທ້ອງຖິ່ນ 16 ແຫ່ງ ໄດ້ຮັບການອະນຸຍາດຈາກສະພາເລືອກຕັ້ງແຫ່ງຊາດ ດຳເນີນການເລືອກຕັ້ງກ່ອນເວລາກຳນົດ.
ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈະໄດ້ປະກາດພາຍຫຼັງ 20 ວັນດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ 10 ວັນພາຍຫຼັງດຳເນີນການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ.


