ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 – 2031 ໄດ້ດຳເນີນພິທີໄຂວາລະເຮັວດຽກທຳອິດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມດີເດັ່ນເກືອບ 800 ຄົນ ທີ່ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມກວ່າ 5,1 ລ້ານຄົນ ແລະ ຊາວໜຸ່ມເກືອບ 22 ລ້ານຄົນໃນທົ່ວປະເທດ. ກອງປະຊຸມໃຫຍ່ແມ່ນເຫດການການເມືອງສຳຄັນຂອງອົງການຈັດຕັ້ງຊາວໜຸ່ມ, ວັນບຸນໃຫຍ່ຂອງໄວໜຸ່ມທົ່ວປະເທດ.
ກໍໃນວັນດຽວກັນ, ກອງປະຊຸມໃຫຍ່ກໍໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງຊາວໜຸ່ມ ຊຸດທີ XIII, ອາຍຸການ 2026 – 2031 ແລະ ຈັດຕັ້ງ 5 ເວທີປາໄສປຶກສາຫາລື, ປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ດ້ວຍບັນດາຫົວຂໍ້ກ່ຽວກັບການເສີມຂະຫຍາຍຄວາມຄາດຫວັງອຸທິດສ່ວນຂອງໄວໜຸ່ມ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ພັດທະນາເສດຖະກິດ, ເຊື່ອມໂຍງເຂົ້າກັບສາກົນ, ປ່ຽນແປງໃໝ່ເນື້ອໃນ, ແບບວິທີການເຄື່ອນໄຫວຂອງອົງການຈັດຕັ້ງຊາວໜຸ່ມໃນສະພາບການໃໝ່.
