ກອງປະຊຸມການທູດຄັ້ງທີ 33 ໄຂຂຶ້ນໃນວັນທີ 1 ສິງຫາຢູ່ ຮ່າໂນ້ຍ, ຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກທີ່ໄດ້ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ. ຢູ່ກອງປະຊຸມ, ບົດກ່າວປາໄສຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ລົງເລິກການວິເຄາະຂໍ້ມູນຕົວຈິງ ແລະ ສະເໜີບັນດາມາດຕະການທີ່ມີລັກສະນະບຸກທະລຸໃຫ້ແກ່ແຕ່ລະຂົງເຂດ, ຜ່ານນັ້ນ ປະກອບສ່ວນລວມເຂົ້າການປະຕິບັດໜ້າທີ່ວຽກງານທາງການທູດ ໃນສັງກາດພັດທະນາໃໝ່.
ໂດຍສະເໜີບົດກ່າວປາໄສ, ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ວຽກງານການທູດເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ມາຮອດປັດຈຸບັນ, ຫວຽດນາມ ເຂົ້າຮ່ວມ ແລະ ປະຕິບັດສັນຍາການຄ້າເສລີ 17 ສະບັບ (FTA) ແລະ ຫາກໍ່ສິ້ນສຸດການເຈລະຈາກັບສະມາຄົມການຄ້າເສລີເອີລົບ (EFTA). ວົງເງິນການນຳເຂົ້າສົ່ງອອກໄລຍະ 2016 – 2025 ເພີ່ມຂຶ້ນ 2,7 ເທົ່າ, ຈາກ 176 ຕື້ USD ຂຶ້ນ 475 ຕື້ USD; ປີ 2025 ວົງເງິນການສົ່ງອອກບັນລຸ 930 ຕື້ USD, ນຳຫວຽດນາມ ເຂົ້າກຸ່ມ 15 ພື້ນຖານເສດຖະກິດມີຂອບຂະໜາດການຄ້າໃຫຍ່ທີ່ສຸດໃນທົ່ວໂລກ.
ໂດຍສະເໜີບົດກ່າວປາໄສກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດການເງິນ ແລະ ການດຶງດູດການລົງທຶນຕ່າງປະເທດ, ທ່ານ ໂງວັນຕວັນ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ, ພື້ນຖານການເງິນແຫ່ງຊາດສືບຕໍ່ໄດ້ປັບປຸງ, ອັດຕາໜີ້ສາທາລະນະທ້າຍປີ 2026 ຄາດວ່າຢູ່ລະດັບ 35 – 36% GDP, ຕ່ຳກວ່າຫຼາຍເມື່ອທຽບໃສ່ກັບລະດັບອະນຸຍາດ.
