ນາຍທະຫານຢູ່ ລີບີ (ພາບ: THX/TTXVN)

ບັນດາຝ່າຍເຂົ້າຮ່ວມກອງປະຊຸມ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບຂໍ້ສະຫຼຸບຕ່າງໆທີ່ໄດ້ຍົກອອກໃນກອງປະຊຸມສາກົນ ກ່ຽວກັບ ລີບີ ເມື່ອເດືອນ ມັງກອນ 2020 ພ້ອມທັງຮັບຮູ້ວ່າ ສະພາບການຢູ່ປະເທດນີ້ ໄດ້ມີການປົວແປງຫຼາຍພໍສົມຄວນ ນັບແຕ່ເມື່ອກອງປະຊຸມທຳອິດ. ບັນດາປະເທດເຂົ້າຮ່ວມກໍເຫັນວ່າ ຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດການປະທະກັນຕົ້ນຕໍ, ປັບປຸງອະທິປະໄຕຂອງ ລີບີ ແລະ ຟື້ນຟູສັນຕິພາບ, ວັດທະນາຖາວອນໃຫ້ແກ່ປະຊາຊົນ ລີບີ.

ບັນດາປະເທດ ກໍເຫັນດີຮຽກຮ້ອງໃຫ້ບັນດາກຳລັງຕ່າງປະເທດ ແລະ ທະຫານຮັບຈ້າງຖອນຕົວອອກຈາກ ລີບີ ໃນທັນທີ ແລະ ຢັ້ງຢືນຄືນຄຳໝັ້ນສັນຍາກ່ຽວກັບວິວັດທະນາການການເມືອງ ໂດຍ ສປຊ ເປັນກາງ, ລີບີເປັນເຈົ້າ, ກໍຄືອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມສາມັກຄີແຫ່ງຊາດຂອງ ລີບີ.