ຕາມຂໍ້ຕົກລົງຂອງກະຊວງກໍ່ສ້າງຫວຽດນາມ ປະກາດໃນວັນທີ 26 ມິຖຸນາ, ແຂວງກ໋ວາງນິງ ຕອບສະໜອງບັນດາມາດຖານຕົວເມືອງລະດັບ 1 ຢ່າງເປັນທາງການໃນທົ່ວແຂວງ, ດ້ວຍເນື້ອທີກວ່າ 6.231 ກີໂລຕາແມັດ ແລະ ຂອບເຂດປະຊາກອນປະມານ 1,52 ລ້ານຄົນ.
ເພື່ອບັນລຸໄດ້ມາດຖານຕົວເມືອງລະດັບ 1 ໃນຂອບເຂດທົ່ວແຂວງ, ມີຮຸບແບບພັດທະນາທີ່ມີລັກສະນະນຳໜ້າຢູ່ ຫວຽດນາມ, ກ໋ວາງນິງໄດ້ພິສູດດ້ວຍບັນດາຕົວເລກຕົວຈິງມີເປັນໜ້າໄວ້ວາງໃຈໃນແຜນຮ່າງ. ກ່ຽວກັບດ້ານເສດຖະກິດ, ຄວາມໄວໃນການເຕີບໂຕ GRDP ຂອງແຂວງສືບຕໍ່ຮັກສາຢູ່ລະດັບສອງຕົວເລກໃນກວ່າ 10 ປີຜ່ານມາຢ່າງລຽນຕິດ. ລາຍຮັບສະເລ່ຍຕໍ່ຫົວຄົນ (GRDP/ຄົນ) ຮອດປີ 2025 ບັນລຸກວ່າ 10.000 USD, ທົບກວ່າ 2 ເທົ່າການສະເລ່ຍລວມຂອງທົ່ວປະເທດ. ອັດຕາສ່ວນການຫັນເປັນຕົວເມືອງຂອງກວາງນິງບັນລຸກວ່າ 70% ນອນໃນ top ແຖວໜ້າໃນທົ່ວປະເທດ, ດ້ວຍລະບົບລວມມີ 4 ນະຄອນ (ຮະລອງ, ເກິມຝາ, ອວງບີ, ມ້ອງກາຍ) ແລະ 2 ເທດສະບານ (ກ໋ວາງອຽນ, ດົງຈ່ຽວ) ສວມບົດບາດເປັນບັນດາແກ່ນສານເຊື່ອມຕໍ່ຢ່າງແຮງ.
ການຢັ້ງຢືນກ໋ວາງນິງບັນລຸມາດຖານຕົວເມືອງລະດັບ 1 ແມ່ນບາດກ້າວສຳຄັນ, ສ້າງພື້ນຖານເພື່ອໃຫ້ທາງທ້ອງຖິ່ນສືບຕໍ່ພັດທະນາຕາມທິດທັນສະໄໝ, ສີຂຽວ, ອັດສະລິຍະ ແລະ ຍືນຍົງ. ນອກຈາກນັ້ນ, ເລື່ອງກ໋ວາງນິງ ບັນລຸມາດຖານຕົວເມືອງລະດັບ 1 ໄດ້ຮັບການຕີລາຄາວ່າມີຄວາມໝາຍສຳຄັນ ໃນຍຸດທະສາດພັດທະນາຕົວເມືອງແຫ່ງຊາດ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ເຂດທົ່ງພຽງແມ່ນ້ຳແດງ ແລະ ຢັ້ງຢືນບົດບາດຂົ້ວເຕີບໂຕຂອງທ້ອງຖິ່ນຢູ່ເຂດພາກເໜືອ.
