ຕອນ​ບ່າຍ​ວັນ​ທີ 9 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ໂດຍ​ການເປັນ​ປະ​ທາ​ນກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ນິງ ກ່ຽວ​ກັບ​ແຜນ​ຮ່​າງ​ສ້າງ​ນະ​ຄອນ​ກ໋​ວາງ​ນິງ. ທ່ານ​ນາງ ຟ້າ​ມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​​ວ່າ ກ໋​ວາງ​ນິງ​ຕອບ​ສະ​ໜອງ​ໂດຍ​ພື້ນ​ຖານ​ເງື່ອນ​ໄຂ​ສ້າງ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ພ້ອມ​ທັງ​ຮຽກ​ຮ້ອງ​ແຜນ​ຮ່າງ​ສ້າງ​ນະ​ຄອນ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ, ຄວາມ​ສາ​ມາດ ແລະ ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ຂອງ​ທ້ອງ​ຖິ່ນ. ທ່ານ​ນາງ ຟ້າ​ມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ:

ເປົ້າ​ໝາຍ​ລວມ​ສຳ​ລັບ​ການ​ສ້າງ​ນະ​ຄອນ​ກ໋​ວາງ​ນິງ ຂຶ້ນ​ກັບ​ສູນ​ກາງ​ສຳ​ລັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ​ທີ່​ສຸດແມ່ນ​ກາຍ​ເປັນ​ຕົວ​ເມືອງ​ທີ່​ມີ​ຄຸນ​ນະ​ພາບ, ກຳ​ລັງ​ໜູນ, ກຳ​ລັງ​ແຜ່​ລາມຢ່າງ​ແທ້​ຈິງ, ສ້າງ​ການ​ພັດ​ທະ​ນາ​ລວມ​ຂອງ​ທົ່ວ​ເຂດ, ກໍ່​ຄື​ທົ່ວ​ປະ​ເທດ. ເມື່ອ​ໄດ້​ຢັ້ງ​ຢືນ​ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຕົວ​ເມືອງ​ແບບ​ຍືນ​ຍົງ. ທີ​ສອງ​ນັ້ນ​ແມ່ນ​ວິ​ວັດ​ການ​ປະ​ຕິ​ບັດ​ລະ​ບຽບ​ການບໍ​ລິ​ຫານ ​ຕ້ອ​ງ​ຮັບ​ປະ​ກັນລັກ​ສະ​ນະ​ຄົບ​ຖ້ວນ, ແໜ້ນ​ແຟ້ນ, ວິ​ທະ​ຍາ​ສາດ, ມີ​ຄຸນ​ນະ​ພາບ.