ໃນ​ສອງວັນ​ທຳ​ອິດ​ຂອງວັນ​ພັກ​ວັນ​ຊາດ ທີ 2 ກັນ​ຍາ (ວັນ​ທີ 29-30/8), ຂະ​ແໜງ​ການ​ທ່ອງ​ທ່ຽວ​ແຂວງ​ກ໋​ວາງ​ນິງ ໄດ້​ຮັບ​ຮູ້​ຕົ​ວ​ເລກ​ເຕີ​ບ​ໂຕ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ ດ້ວຍ​ຈຳ​ນວນ​ແຂກ​ທ່ອ​ງ​ທ່ຽວ​ບັນ​ລຸ​ປະ​ມານ 255.000 ເທື່​ອ​ຄົນ, ເພີ່ມ​ຂຶ້ນ 35%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ຈຳ​ນວນ​ແຂກ​ພັກ​ເຊົ່າ​ໃນ​ສອງວັນ​ຄາດ​ວ່າ​ບັນ​ລຸ​ເກືອບ 100.000 ເທື່ອ​ຄົນ. ຢູ່​ບັນ​ດາ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ, ສະ​ຖານ​ທີ່​ລະຫຼິ້ນ​ອື່ນ​ຄື: ຮະ​ລອງ, ຮົ່ງ​ງາຍ, ບ້າຍ​ໄຈ… ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ສູງ. ໄລ່​ສະ​ເລ່ຍ​ແຕ່​ລະ​ວັນ, ຫໍ​ພິ​ພິ​ຕະ​ພັນ ກ໋​ວາງ​ນິງ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວກວ່າ 3.500 ເທື່ອ​ຄົນ, ແຂກ​ທ່ອງ​ທ່ຽວ Sun World ຮະ​ລອງ​ຕ້ອນ​ຮັບ​ແຂກ ປະ​ມານ 3.000 ເທື່ອ​ຄົນ. ບັນ​ດາ​ສະ​ຖານ​ວິນ​ຍານ, ປະ​ຫວັດ​ສາດ​ຄື ປະ​ຊະ​ນີ​ຍະ​ສະ​ຖານມໍ​ລະ​ດົກ ອຽນ​ຕື, ມໍ​ລະ​ດົກ​ປະ​ຫ​ວັດ​ສາດ​ແຫ່ງ​ຊາດ​ພິ​ເສດ ແບກ​ດັ່ງ ແລະ ມໍ​ລະ​ດົກ​ລາດ​ຊະ​ວົງ​ເຈິ່ນ​ແຕ່​ລະ​ວັນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ແຕ່ 1.200 - 2.000 ເທື່ອ​ຄົນ. ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ສັບ​ປະ​ກັນ​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ໄດ້​ປະ​ກອບ​ສ່ວນ​ສ້າງ​ກຳ​ແຮງ​ແຜ່​ກະ​ຈາຍ​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ກ໋​ວາງ​ນິງ​ໃນ​ໂອ​ກາດ​ນີ້.