ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຖ່າຍຮູບກັບເອກອັກຄະລັດຖະທູດຍິງ ໃນງານພົບປະ (ພາບ: qdnd.vn) |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ສົ່ງຄຳອວຍພອນມາຍັງ ເອກອັກຄະລັດຖະທູດເພດຍິງ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ພັນລະຍາເອກອັກຄະລັດຖະທູດ ແລະ ພັນລະຍາການນຳກະຊວງການຕ່າງປະເທດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ກໍຕີລາຄາສູງບັນດາການປະກອບສ່ວນຂອງເອກອັກຄະລັດຖະທູດຍິງ ແລະ ພັນລະຍາ ເຂົ້າໃນການເຄື່ອນໄຫວທາງການທູດ. ທ່ານໃຫ້ຮູ້ວ່າ ການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແມ່ນບຸລິມະສິດສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ, ເພື່ອການພັດທະນາແບບກວມລວມ ແລະ ຍືນຍົງ. ນີ້ກໍແມ່ນເສົາຄ້ຳສຳຄັນຂອງຂະແໜງການຕ່າງປະເທດຫວຽດນາມ. ໃນການເຄື່ອນໄຫວທາງການທູດ, ພະນັກງານເພດຍິງຂອງກະຊວງການຕ່າງປະເທດ ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນບົດບາດ ແລະ ມີບັນດາການປະກອບສ່ວນຢ່າງກະໂດດຂັ້ນ ແລະ ຕັ້ງໜ້າ ເຂົ້າໃນພາລະກຳ ເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

