ຕອນ​ບ່າ​ຍ​ວັນ​ທີ 28 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈັດ​ກອງ​ປະ​ຊຸມມອບ​ໜ້າ​ທີ່​ໃຫ້​ແກ່​ກຳ​ລັງ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ ເວ​ເນ​ຊູ​ເອ​ລາ. ຢູ່ກອງ​ປະ​ຊຸມ, ທ່ານ ພົນ​ເອກ ຫງວຽນ​ເຕິນ​ເກືອງ, ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຕັກ​ເຕືອນ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ ຕ້ອງ​ກຳ​ນົດ​ນີ້​ແມ່ນ​ໜ້າ​ທີ່​ໜັກ​ໜ່ວງ ແລະ ອັນ​ຕະ​ລາຍ​ທີ່​ສຸດ.

ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ຮຽກ​ຮ້ອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ເອົາ​ໃຈ​ໃສ່​ເປັ​ນ​ພິ​ເສດ​ ຕໍ່​ການ​ພົວ​ພັນ​ທີ່​ດີ​ງາມ, ປະ​ສານ​ສົມ​ທົບ​ກັບ​ກຳ​ລັງ​ຕຳຫຼວດ​ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ກຳ​ລັງ​ສາ​ກົນ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ປະ​ເທດ​ປະ​ຈຳ​ຖີ່ນ​ຢ່າງ​ແໜ້ນ​ແຟ້ນ, ເປັນ​ເຈົ້າ​ການ​ຊ່ວ​ຍ​ເຫຼືອ​ປະ​ຊາ​ຊົນ​ປະ​ເທດ​ປະ​ຈຳ​ຖິ່ນ ໃນ​ເງື່ອນ​ໄຂ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບ​ປະ​ກັນ​ລະ​ບ​ຽບ​ວິ​ໄນ, ຄວາມ​ປອດ​ໄພ​​ດ້ານ​ຊີ​ວິດ​ອິນ​ຊີ ແລະ ວັດ​ຖຸ​ອຸ​ປະ​ກອນ, ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ຂອງປະ​ເທດ​ປະ​ຈຳ​ຖິ່ນ ແລະ ທ້ອງ​ຖິ່ນ​​ບ່ອນທີ່​ຄະ​ນະ​ປະ​ຕິ​ບັດ​ໜ້າ​ທີ່.

ກຳ​ລັງ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ ​ເວ​ເນ​ຊູ​ເອ​ລາ​ ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ລວມມີ​ພະ​ນັກ​ງານ, ນົກ​ຮົບ 82 ຄົນ. ຄາດ​ວ່າ ວັດ​ຖຸ​ອຸ​ປະ​ກອ​ນ, ສິນ​ຄ້າ​ເອົາ​ໄປ​ນຳແມ່ນ​ປະ​ມານ 88 ໂຕນ, ລວມ​ມີ​ວັດ​ຖຸ​ອຸ​ປະ​ກອ​ນ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ໜູ​ນ​ຊ່ວຍ ​ເວ​ເນ​ຊູ​ເອ​ລາ. ເວ​ລ​າ​ປະ​ຕິ​ບັດ​ໜ້າ​ທີ່​ຄາດ​ຢູ່​ ເວ​ເນ​ຊູ​ເອ​ລາ ​ຄາດ​ວ່າປະ​ມານ 20 ມື້.