ທ່ານ Majed Al Ansari ໂຄສົກກະຊວງການຕ່າງປະເທດ ກາຕາ ໃຫ້ຮູ້ວ່າ ລາຍການເຮັດວຽກຂອງຄະນະຜູ້ແທນ ອາເມລິກາ ຈະສຸມໃສ່ຫຼາຍບັນຫາພາກພື້ນ, ໃນນັ້ນ ມີວິວັດທະນາການເຈລະຈາກັບ ອີຣານ ແລະ ສະພາບການຢູ່ ລີບັງ. ເຖິງຢ່າງໃດກໍຕາມ, ທ່ານ Al Ansari ຢັ້ງຢືນວ່າ ເຈົ້າໜ້າທີ່ ອາເມລິກາ ສອງທ່ານ ຈະບໍ່ເດີນທາງໄປຍັງ Doha ເພື່ອດຳເນີນການເຈລະຈາແບບເຊິ່ງໜ້າກັບ ຝ່າຍ ອີຣານ, ຫາກພຽງແຕ່ເຮັດວຽກກັບບັນດາຝ່າຍເປັນກາງໄກ່ເກ່ຍ ແລະ ເຈົ້າໜ້າທີ່ ກາຕາ.
ສຳລັບຝ່າຍ ອີຣານ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດປະເທດນີ້ ໃຫ້ຮູ້ວ່າ ບັນດາຜູ້ຕາງໜ້າຂອງ ອີຣານ ແລະ ກາຕາ ອາດຈະດຳເນີນບັນດາວາລະປຶກສາຫາລືຢູ່ Doha ໃນວັນທີ 01 ກໍລະກົດ (ຕາມເວລາທ້ອງຖິ່ນ), ແຕ່ເນັ້ນໜັກວ່າ ປະເທດນີ້ຍັງບໍ່ທັນເຫັນດີເປັນເອກະພາບຈະດຳເນີນບໍ່ວ່າການພົບປະຂັ້ນໃດໆກັບ ອາເມລິກາ.
ບາທີ - ນັກຂ່າວ VOV ປະຈຳ ອີຢິບ
