ທິມ​ບານ​ເຕະ ອາ​ເມ​ລິ​ກາ ຕ້ອງ​ຢຸດຕິ​ການ​ແຂ່ງ​ຂັນ​ໃນ​ຮອບ 16 World Cup 2026, ພາຍຫຼັງ​ເສຍ​ໄຊ​ຕໍ່​ທິມ​ບານ​ເຕະ ແບນ​ຊິກ ດ້ວຍ 1 – 4 ປະ​ຕູ ໃນ​ນັດ​ແຂ່ງ​ຂັນ​​ວັນ​ທີ 06 ກໍ​ລະ​ກົດ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ນັດ​ແຂ່ງ​ຂັນ​ໄດ້​ສິ້ນ​ສຸດ​ລົງ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ເລື່ອງ​ສະ​ຫະ​ພັນ​ບານ​ເຕະ​ໂລກ (FIFA) ອະ​ນຸ​ຍາດ​ໃຫ້​ກອງ​ໜ້າ​ຊາວ ອາ​ເມ​ລິ​ກາ ທ້າວ Folarin Balogun ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຄືນ​ໃໝ່ ໄດ້​ພາ​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ​ຄັ້ງ​ໃຫຍ່​ສຸດ​ໃນ​ປະ​ຫວັດ​ສາດ 96 ປີ​ຂອງ World Cup.

ກ່ອນ​ໜ້າ​ນັ້ນ, Balogun ຖືກ​ຮັບ​ບັດ​ແດງ​ໂດຍ​ກົງ ໃນ​ນັດ​ແຂ່ງ​ຂັນ ອາ​ເມ​ລິ​ກາ ຊະ​ນະ​ Bosnia & Herzegovina ແລະ ຖືກ​ຫ້າມບໍ່​ໃຫ້​ແຂ່ງ​ຂັນ 1 ນັດ​​ຕາມ​ຂໍ້​ກຳ​ນົດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ນັດ​ແຂ່ງ​ຂັນ​ກັບທິມ ແບນ​ຊິກ ເມື່ອ​ວັນ​ທີ 06 ກໍ​ລະ​ກົດ, FIFA ພັດ​ຍົກ​ເລີກການ​ຫ້າມ​ແຂ່ງ​ຂັນ​​ແບບ​ກະ​ທັນ​ຫັນ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ ກອງ​ໜ້າ​ຄົນ​ນີ້​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ເຂົ້າ​ຮ່ວມ​ນັດແຂ່ງ​ຂັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ແບນ​ຊິກ. ຄຳ​ຕັດ​ສິນ​ດັ່ງ​ກ່າວ​ໄດ້​ພາ​ໃຫ້​ເກີດ​ການໂຕ້​ຖຽງກັນຫຼາຍ​, ຍ້ອນ​ເລື່ອງ “ຍົກ​ເລີກ​ບັດ​ແດງ” ຄື​ແນວ​ນັ້ນ ເກືອບ​ຄື​ວ່າ​ບໍ່​ເຄີຍ​ມີ​ມາ​ກ່ອນເທື່ອ.

ການ​ຕັດ​ສິນ​ດັ່ງ​ກ່າວ​ພວມ​ປະ​ເຊີນ​ໜ້າ​ກັບ​ປະ​ຕິ​ກິ​ລິ​ຍາ​ຈາກ​ສະ​ຫະ​ພັນ​ບານ​ເຕະ ແບນ​ຂິກ.ສະ​ຫ​ະ​ພັນ​ບານ​ເຕະ ເອີ​ຣົບ ກໍ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ FIFA ເຊັ່ນ​ດຽວ​ກັນ.