ວັນທີ 12 ກໍລະກົດ, ສະພາບການປະທະກັນຢູ່ພາກພື້ນຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນເມື່ອກອງທັບອາເມລິກາ ດຳເນີນບັນດາການບຸກໂຈມຕີເລັ່ງໃສ່ບັນດາເປົ້າໝາຍຂອງອີຣານ ຢູ່ໃກ້ຊ່ອງແຄບທະເລ Hormuz ແລະ ອີຣານ ໄດ້ໂຕ້ຕອບດ້ວຍການບຸກໂຈມຕີເລັ່ງໃສ່ບັນດາຮາກຖານ ແລະ ຜົນປະໂຫຍດຂອງ ອາເມລິກາ ຢູ່ບັນດາປະເທດພາກພື້ນຕາເວັນອອກກາງ ລວມມີ Bahrain, Kuwait, Qatar, Jordan ແລະ Oman.
ເຈົ້າໜ້າທີ່ອາເມລິກາ ໂດຍບໍ່ເຜີຍຊື່ທ່ານໜຶ່ງໃຫ້ຮູ້ວ່າ ການບຸກໂຈມຕີໃນວັນທີ 12 ກໍລະກົດ ເລັ່ງໃສ່ບັນດາລະບົບລູກສອນໄຟ ແລະ ປ້ອງກັນອາກາດ, ກໍ່ຄືບັນດາກຳປັ່ນ ຂອງກຳລັງພິທັກປະຕິວັດ ອິດສະລາມ ອີີຣານ (IRGC) ຢູ່ສະຖານທີ່ບາງບ່ອນຢູ່ບິ່ນອ້ອມຊ່ອງແຄບທະເລ Hormuz ເພື່ອແນໃສ່ເຮັດໃຫ້ຫຼຸດລົງຄວາມສາມາດບຸກໂຈມຕີຂອງອີຣານ ເລັ່ງໃສ່ບັນດາກຳປັ່ນຂົນສົ່ງການຄ້າ.
ເພື່ອໂຕ້ຕອບ, ກອງທັບອີີຣານ ໄດ້ນຳໃຊ້ວັດຖຸບິນບໍ່ມີຄົນຂັບ (UAV) ເພື່ອບຸກໂຈມຕີບນັດເຂດຍິງລູກສອນໄຟຂອງ ອາເມລິກາ ຢູ່ກູເວດ. ບັນດາກົມກອງ IRGC ໄດ້ບຸກໂຈມຕີຖານຍິງລອກສອນໄຟໜ້າດິນ HIMARS ຂອງອາເມລິກາ ຢູ່ ກູເວດໃນບັ້ນບຸກໂຈມຕີທີ່ຖືກຕ້ອງດ້ວຍ UAV ພ້ອມທັງຢັ້ງຢືນບັນດາລູກສອນໄຟທັງໝົດຢູ່ບ່ອນນີ້ຖືກທຳລາຍແລ້ວ.
