ຄືກັນກັບຂໍ້ສັງເກດຂອງວົງການນັກໄຈ້ແຍກ, ວັນເຈລະຈາຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ສະວິດໃນວັນທີ 21 ມິຖຸນາ ໄດ້ດຳເນີນໃນບັນຍາກາດເຄັ່ງຕຶງ ແລະ ປະເຊີນໜ້າກັບຄວາມສ່ຽງຊັກຊ້າ. ເຖິງຢ່າງໃດກໍຕາມ, ຕາມການເປີດເຜີຍຄັ້ງຫຼ້າສຸດຂອງ ຝ່າຍ ອີຣານແລ້ວ, ການເຈລະຈາຍັງສືບຕໍ່ດຳເນີນ ແລະ ຝ່າຍອາເມລິກາ ໄດ້ຍອມຮັບຍົກເລີກຄຳສັ່ງລົງໂທດຕໍ່ຂະແໜງນ້ຳມັນອາຍແກັດຂອງ ອີຣານ.
ສື່ມວນຊົນລັດ ອີຣານໃນຄ່ຳຄືນວັນທີ 21 ມິຖຸນາ ໃຫ້ຮູ້ວ່າ ມີສະມາຊິກຄົນໜຶ່ງຂອງຄະນະເຈລະຈາປະເທດນີ້ພວມມີໜ້າຢູ່ສະວິດ ຫາກໍ່ເປີດເຜີຍວ່າບັນດາຝ່າຍໄດ້ເຫັນດີເປັນເອກະພາບຕໍ່ຮ່າງເອກະສານສະບັບສຸດທ້າຍກ່ຽວກັບການຍົກເລີກຄຳສັ່ງຢຸດຍິງຂອງອາເມລິກາ ຕໍ່ຂົງເຂດນ້ຳມັນດິບຂອງອີຣານ. ຄາດວ່າ, ມາດຕະການຈະໄດ້ຮັບການປະກາດໂດຍໄວ.ເຖິງຢ່າງໃດກໍຕາມ, ບັນດາຂໍ້ມູນກ່ຽວຂ້ອງຍັງບໍ່ທັນໄດ້ຮັບການເປີດເຜີຍ.
ແຫຼ່ງຂ່າວຕ່າງປະເທດຈຳນວນໜຶ່ງ ໄດ້ຢັ້ງຢືນວ່າບັນດາການເຈລະຈາຍັງສືບຕໍ່ດຳເນີນ ແລະ ຜູ້ຕາງໜ້າອີຣານ ຍັງບໍ່ທັນອອກຈາກວິວັດການເຈລະຈາ. ກ່ອນໜ້ານັ້ນ, ສື່ມວນຊົນອີຣານ ແລະ ພາກພື້ນ ໃຫ້ຮູ້ວ່າ ຄະນະເຈລະຈາອີຣານ ຕັດສິນໃຈຖອນຕົວອອກຈາກບັນດາການເຈລະຈາ, ເພື່ອແນໃສ່ຄັດຄ້ານເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ບຸກໂຈມຕີ ອີຣານ.
