ການເດີນທາງໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18 ແລະ ເຮັດວຽກສອງຝ່າຍຢູ່ອິນເດຍຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາຍົກລັດຖະມົນົນຕີ ແລະ ຄະນະປະຕິບັດງານ, ໃນໄລຍະສັ້ນ ໄດ້ຜັນຂະຫຍາຍໂຄງການເຄື່ອນໄຫວທາງການທູດທີ່ເປັນຈຳນວນຫຼາຍ, ມີປະສິດທິຜົນ ແລະ ແທ້ຈິງ. ນີ້ແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ເມື່ອເຕື້ອງເຖິງໝາກຜົນຂອງການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງແຕ່ວັນທີ 12 – 13 ກັນຍາຜ່ານມາ.
ຕາມທ່ານລັດຖະມົນຕີ ເລຮ່ວາຍຈຸງແລ້ວ, ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ກອງປະຊຸມສຸດຍອດ BRICS ຄັ້ງທີ 18, ພິເສດແມ່ນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ໂດຍບັນດາປະເທດສະມາຊິກ ແລະ ປະເທດເຈົ້າພາບຕີລາຄາສູງ. ທ່ານເລຮ່ວາຍຈຸງ ເນັ້ນໜັກວ່າ ປີນີ້ແມ່ນປີສະເຫຼີມສະຫຼອງ 20 ປິແຫ່ງວັນສ້າງຕັ້ງ BRICS, ດັ່ງນັ້ນ ເລື່ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມບໍ່ພຽງແຕ່ເພີ່ມທະວີການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ຫວຽດນາມ ຕໍ່ BRICS ໃນຖານະເປັນປະເທດຄູ່ຮ່ວມມືເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພົວພັນກັບບັນດາປະເທດສະມາຊິກ ແລະ ບັນດາປະເທດຄູ່ຮ່ວມມືອື່ນໆຂອງ BRICS. ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າ ເພື່ອຫັນບັນດາໝາກຜົນຂອງການເດີນທາງໄປປະຕິບັດໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ, ຫວຽດນາມຕັ້ງໜ້າປະສານສົມທົບກັບບັນດາປະເທດສະມາຊິກ ແລະ ບັນດາປະເທດຄູ່ຮ່ວມມືເພື່ອສືບຕໍ່ເຂົ້າຮ່ວມ, ປະກອບສ່ວນເຂົ້າເສົາຄ້ຳຮ່ວມມືເໝາະສົມກັບຄວາມສາມາດ, ຄວາມສົນໃຈ ແລະ ຜົນປະໂຫຍດຂອງ ຫວຽດນາມ ແລະ ບັນດາປະເທດ ພວມພັດທະນາ.
