ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: ສຳນັກຂ່າວສານ ຊິນຮວາ) |
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ກໍໄດ້ເນັ້ນໜັກວ່າ ກອງທັບ ຈີນ ມີກຳລັງແຮງທັງກາຍ ແລະ ໃຈ, ມີຄວາມເຊື່ອໝັ້ນ ແລະ ມີຄວາມສາມາດເດັດດ່ຽວປົກປັກຮັກສາຄວາມເປັນເອກະພາບຂອງປະເທດຊາດ. ຈີນ ຖືເປັນສຳຄັນການພັດທະນາສາຍພົວພັນລະຫວ່າງສອງປະເທດ ແລະ ກອງທັບ 2 ປະເທດ, ແຕ່ ອາເມລິກາ ຕ້ອງເຄົາລົບຜົນປະໂຫຍດຫຼັກແຫຼ່ງຂອງ ຈີນ ແລະ ມີຄວາມຮັບຜິດຊອບຕໍ່ສະພາບການປັດຈຸບັນໃນສາຍພົວພັນລະຫວ່າງ ຈີນ - ອາເມລິກາ ແມ່ນຂຶ້ນກັບ ອາເມລິກາ. ທ່ານ ເວີຍເຟີ້ງເຫີ ຫວັງວ່າ ອາເມລິກາ ຈະປະຕິບັດຄຳໝັ້ນສັນຍາເຊິ່ງປະມຸກລັດສອງປະເທດ ບັນລຸໄດ້, ນຳການພົວພັນລະຫວ່າງ ຈີນ - ອາເມລິກາ ກັບຄືນສູ່ວົງໂຄຈອນແຫ່ງການພັດທະນາຢ່າງປອດໃສ ແລະ ມີສະຖຽນລະພາບ.
ໃນການເຈລະຈານີ້, ລັດຖະມົນຕີ 2 ທ່ານກໍເຫັນດີເປັນເອກະພາບວ່າ ກອງທັບສອງປະເທດ ຄວນຮັກສາການຕິດຕໍ່ພົວພັນ ແລະ ພົບປະກັນເປັນປະຈຳ, ເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມຄວາມສ່ຽງ, ມານະພະຍາຍາມຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.
ຕ໊ວນດາດ, ນັກຂ່າວ VOV ປະຈຳ ປັກກິງ.

