ທີ່ການພົບປະຄັ້ງຕ່າງໆ, ລັດຖະມົນຕີບັນດາປະເທດ ຕ່າງກໍຢັ້ງຢືນເພີ່ມທະວີການຊຸກຍູ້ການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແບ່ງປັນບົດຮຽນປະສົບການ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນການຮ່ວມມືທາງດ້ານວັກຊິນ; ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນທີ່ສຳຄັນ, ພິເສດແມ່ນສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ (ພາບ: baoquocte.vn) |
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ (ພາບ: baoquocte.vn) |
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາການສຳຜັດ, ຈັດຕັ້ງກອງປະຊຸມຄະນະກຳມະການປະສົມເພື່ອຊຸກຍູ້ການຮ່ວມມືສອງຝ່າຍ; ສົມທົບກັນສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ; ສະເໜີໃຫ້ສືບຕໍ່ການສ້າງກອບນິຕິກຳກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃຫ້ສົມບູນແບບ.


