ປິດເຂດຕະຫຼາດ ກົກເລ໊ວ ແຂວງ ລາວກາຍ (ພາບ: TTXVN) |
ວັນທີ 18 ມິຖຸນາ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງ ລາວກາຍ ແລະ ຮວ່າບິ່ງ ໄດ້ດຳເນີນກອງປະຊຸມເພື່ອປຶກສາຫາລື ກ່ຽວກັບການຜັນຂະຫຍາຍປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່. ທັງສອງແຂວງ ຕ່າງກໍເນັ້ນໜັກວ່າ ຈະສືບຕຳຂົນຂວາຍປຸກລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ແລະ ຮັບປະກັນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ; ປະຕິບັດມາດຕະການຄົ້ນຫາປະຫວັດການສຳຜັດໄປ - ມາ ໂດຍດ່ວນ, ຈັດການແຍກຕົວ, ເກັບຕົວຢ່າງກວດຫາເຊື້ອ ສຳລັບບັນດາກໍລະນີທີ່ມີສ່ວນກ່ຽວຂ້ອງກັບກໍລະນີເປັນບວກກັບເຊື້ອພະຍາດດັ່ງກ່າວ ແລະ ນຳໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ.
ໃນວັນດຽວກັນ, ສະພາກາແດງ ແຂວງ ຫວິ້ງຟຸກ ໄດ້ຮັບຈຳນວນເງິນ 2,5 ຕື້ດົ່ງ ໂດຍບໍລິສັດ Honda ຫວຽດນາມ ແລະ ບໍລິສັດ Toyota Boshoku ຈຳກັດ ໄດ້ອຸປະຖຳແກ່ການຊື້ວັກຊິນກັນພະຍາດໂຄວິດ - 19. ແຂວງ ຫວີ້ງຟຸກ ໃຫ້ຄຳໝັ້ນສັນຍາວ່າ ເມື່ອມີວັກຊິນຢ່າງພຽງພໍແລ້ວ, ຈະຈັດຕັ້ງການສັກວັກຊິນຢູ່ບັນດາວິສາຫະກິດຫຼັກແຫຼ່ງໃນບໍລິເວນແຂວງ.

