ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໂອ້ລົມກັບພໍ່ແມ່ປະຊາຊົນແຂວງ ຝູເທາະ (ພາບ: nhandan.com.vn)

ໃນການໂອ້ລົມກັບປະຊາຊົນແຂວງ ຝູເທາະ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກໄວ້ຢູ່ເບື້ອງຫຼັງ ໃນການພັດທະນາຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນໍາອຳນາດການປົກຄອງທ້ອງຖິ່ນ ຈົ່ງຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸໃຫ້ເປັນຢ່າງດີ, ຮັບປະກັນໃຫ້ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ..

ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກໍໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈຳຊາດໃຫ້ ພະນັກງານ, ແພດໝໍໂຮງໝໍແບັກມາຍ ແລະ ພ້ອມກັບ ກອງທຶນຊ່ວຍເຫຼືອຜູ້ເປັນພະຍາດມະເຮັງ ໄງມາຍເຕືອຍຊ໊າງ ມອບຂອງຂວັນ 100 ພູດ ໃຫ້ແກ່ຜູ້ເປັນພະຍາດມະເຮັງທີ່ພວມປິ່ນປົວຢູ່ໂຮງໝໍແຫ່ງນີ້.