ການນຳພັກເພື່ອໄທ ຊົນນ່ານ ສີແກ້ວ ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ບາງກອກ, ໄທ ໃນວັນທີ 2/8/2023 (ພາບ: AFP/TTXVN)

ກ່າວຄຳເຫັນໃນການຖະແຫຼງຂອງຕອນບ່າຍວັນທີ 2 ສິງຫາ, ການນຳພັກເພື່ອໄທ ທ່ານ ຊົນນ່ານ ສີແກ້ວ ໃຫ້ຮູ້ວ່າ ການຕັດສິນໃຈດັ່ງກ່າວໄດ້ຍົກອອກມາ ພາຍຫຼັງພັກ MFP ສືບຕໍ່ຕັດສິນໃຈຢາກປັບປຸງ ມາດຕາ 112 ຂອງປະມວນກົດໝາຍອາຍາ ຢ່າງເດັດຂາດ.

ພັກເພື່ອໄທ ແມ່ນຄູ່ຮ່ວມມືຕົ້ນຕໍຂອງພັນທະມິດ 8 ພັກ ໂດຍ MFP ທີ່ກວມເອົາ 151 ບ່ອນນັ່ງຢູ່ສະພາຕ່ຳ ເພື່ອແນໃສ່ສ້າງຕັ້ງລັດຖະບານ. ສຳພັນທະມິດຂອງເຂົາເຈົ້າມີທັງໝົດ 312 ບ່ອນນັ່ງ ໃນຈຳນວນ 500 ບ່ອນນັ່ງຢູ່ສະພາຕ່ຳ. ເຖິງຢ່າງໃດກໍຕາມ, ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີຜູ້ດຽວຂອງພັກ MFP ແມ່ນທ່ານ ພິທາ ລີ້ມຈະເຣີນຣັດ ບໍ່ສາມາດຍາດໄດ້ບັດສະໜັບສະໜູນສ່ວນຫຼາຍໃນກອງປະຊຸມລວມຂອງສະພາຕ່ຳ ແລະ ສະພາສູງ ເຊິ່ງດຳເນີນໃນວັນທີ 13 ກໍລະກົດ ເພື່ອເລືອກຕັ້ງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ພັກ MFP ໄດ້ມອບໂອກາດໃຫ້ພັກເພື່ອໄທ ເປັນຜູ້ຮັກສາການນຳພາສ້າງຕັ້ງລັດຖະບານສຳພັນທະມິດ.