ດ້ວຍ​ຖາ​ນະ​ບົດ​ບາດ​ທີ່​ໄດ້​ກຳ​ນົດ​ໃໝ່​ຢູ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດນາມ, ການທູດ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ໜ້າ​ທີ່ “ຈຸດ​ສຸມ, ເປັນ​ປະ​ຈຳ”, ພ້ອມ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ນີ້​ແມ່ນ​ບາດ​ກ້າວ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ໂລກທີ່​ມີ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ແນ​ໃສ່​ຮັກ​ສາ​ທ່າ​ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ, ປະ​ກອບ​ສ່ວນ​ຫັນ​ເປົ້າ​ໝາຍ “ບືນ​ຕົວ​ຂຶ້ນ​ຂອງ​ຊາດ ຫວຽດ​ນາມ” ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ ສ.ຈ Xu Liping, ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ​ ສັງກັດສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ຈີນ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສື່ມວນ​ຊົນ​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງການ​ທູດ ຫວຽດ​ນາມ ຕໍ່​ການ​ພັດ​ທະ​ນາ, ການ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊ​າດ​ໃນ​ໄລ​ຍະ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.

ທ່ານ ສ.ຈ Xu Liping ຖື​ວ່າ: ຫວຽດ​ນາມ ​ຢຶດ​ໝັ້ນ ແລະ ປະ​ຕິ​ບັດ​​ແນວ​ທາງ​ການ​ຕ່າງປະເທດ​ເປັນ​ເອ​ກະ​ລາດຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ເຂົ້າ​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ຊຸກ​ຍູ້​ການ​ຄ້າຕ່າ​ງ​ປະ​ເທດ​ຂອງ ຫວຽດ​ນາມ. ທ່ານກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ການ​ພົວ​ພັນກັບ​ ຈີນ, ຫວຽດ​ນາມ ​ຖື​ນີ້​ແມ່ນ​ບຸ​ລິ​ມະ​ສິດ​ການທູດ​ແຖວ​ໜ້າ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະຫຼາດ​ສ່ອງ​ໃສ ແລະ ພູມ​ປັນ​ຍາ​ຂອງ​ການ​ທູດ ຫວຽດ​ນາມ.