ການຄ້າ ຫວຽດນາມ ອິນເດຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເຕີບໂຕ, ເມື່ອສິນຄ້າຫຼາຍປະເພດຂອງ ຫວຽດນາມມີທ່າໄດ້ປຽບໃນການແກ້ງແຍ້ງແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງເໝາະສົມຢູ່ຕະຫຼາດທີ່ມີປະຊາກອນກວ່າ 1,46 ຕື້ຄົນ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາຢູ່ວາລະປຶກສາຫາລືຄັ້ງທີ 10 ຂອງກອງປະຊຸມສຳມະນາວິຊາການ “ບັນດາແງ່ມູມຂອງການພົວພັນຄູ່ຮ່ວມມື ຫວຽດນາມ - ອິນເດຍ” ໂດຍສະຖານທູດ ຫວຽດນາມ ປະຈຳ ອິນເດຍປະສານສົມທົບກັບສູນຄົ້ນຄ້ວາຫວຽດນາມ ແລະ ກອງທຶນອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ສະເໜີ, ຫວຽດນາມ ແລະ ອິນເດຍ ເພີ່ມທະວີການໂອ້ລົມສົນທະນາ ກ່ຽວກັບບັນດາມາດຕະຖານ, ຄົ້ນຄ້ວາກົນໄກຮັບຮອງຜົນຂອງການກວດສອບຂອງກັນ; ພ້ອມທັງສ້າງລະບົບກ່າວເຕືອນໂດຍໄວກ່ຽວກັບບັນດາຂໍ້ກຳນົດໃໝ່ເພື່ອຊ່ວຍວິສາຫະກິດເປັນເຈົ້າການໃນການຮັບມື.
ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້, ນັກຄົ້ນຄ້ວາຖືວ່າຖ້າບັນດາຂໍ້ຕິດຂັດກ່ຽວກັບມາດຖານດ້ານເຕັກນິກ, ລະບຽບການ ແລະ ແຈກຢາຍຈຳໜ່າຍໄດ້ຮັບການແກ້ໄຂ, ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍ ຫວຽດນາມ ອິນເດຍໃຫ້ບັນລຸລະດັບ 25 ຕື້ USD ໃນປີ 2030 ຈະປະກົດຜົນເປັນຈິງ.
