ທ່ານນາຍົກລັດຖະມົນຕີຊົ່ວຄາວ ນີເຊ Ali Mahaman Lamine Zeine (ພາບ:Reuters)

ໃນການຜັນແປຫຼ້າສຸດກ່ຽວກັບສະພາບການກໍ່ລັດຖະປະຫານ ຢູ່ ນີເຊ, ວັນທີ 13 ສິງຫາ, ຄະນະເຈົ້າໜ້າທີ່ທາງສາສະໜາ ນີເຊ ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດປົກປັກຮັກສາປະເທດຊາດ ແລະ ລັດຖະບານຊົ່ວຄາວ ໂດຍອຳນາດການປົກຄອງທະຫານ ຫາກໍ່ສ້າງຕັ້ງຂຶ້ນຢູ່ ນີເຊ, ໄດ້ສະແດງຄວາມພ້ອມໃນການດຳເນີນການເຈລະຈາກັບບັນດາປະເທດບ້ານໃກ້ເຮືອນຄຽງ ອາຟະລິກາຕາເວັນຕົກ ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການໃນປັດຈຸບັນ, ແທນທີ່ຈະສູ້ຢັນກັນທາງການທະຫານ. ເຈດຕະນາດີດັ່ງກ່າວ ໂດຍການນຳຝ່າຍທະຫານ ນີເຊ ກ່າວໃນການພົບປະແບບເຊິ່ງໜ້າຢູ່ນະຄອນຫຼວງ Niamey ລະຫວ່າງຄະນະເຈົ້າໜ້າທີ່ທາງສາສະໜາ ນີເຊ ແລະ ທ່ານນາຍົກລັດຖະມົນຕີລັດຖະບານຊົ່ວຄາວ ນີເຊ Ali Mahaman Lamine Zeine.

ນັກສັງເກດການຫຼາຍທ່ານຂອງພາກພື້ນຖືວ່າ ນີ້ແມ່ນການປ່ຽນແປງທ່າດີແບບກະທັນຫັນຂອງອຳນາດການປົກຄອງທະຫານ ນີເຊ. ຍ້ອນວ່າກ່ອນໜ້ານັ້ນ, ຝ່າຍກໍ່ລັດຖະປະຫານຢູ່ ນີເຊ ຍາມໃດກໍສະແດງຫຼັກໝັ້ນແຂງກະດ້າງ, ປະຕິເສດຕ້ອນຮັບຄະນະນັກເຈລະຈາຂອງບັນດາປະເທດ ອາຟະລິກາຕາເວັນຕົກ ແລະ ຢັ້ງຢືນພ້ອມແລ້ວທີ່ຈະໂຕ້ຕອບຄືນທຸກການກະທຳແຊກແຊງດ້ານການທະຫານເຂົ້າປະເທດນີ້.

ບ໊າທີ - ນັກຂ່າວVOV ປະຈຳ ອີຢິບ