ວັນທີ 24 ພຶດສະພາ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 24 ຄົນ ແລະ ຮັບບາດເຈັບກວ່າ 82 ຄົນພາຍຫຼັງເກີດເຫດລະເບີດເກີດຂຶ້ນເລັ່ງໃສ່ລົດໄຟ Jaffar Express ຢູ່ແຂວງ Balochistan ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດນີ້. ກຳລັງປ້ອງກັນຄວາມສະຫງົບໄດ້ປິດລ້ອມສະຖານທີ່ເກີດເຫດ, ໃນຂະນະທີ່ວຽກງານກູ້ໄພກູ້ຊີບ ແລະ ສືບສວນພວມໄດ້ດຳເນີນເປັນປົກກະຕິ.
ເຫດການໄດ້ເກີດຂຶ້ນເມື່ອລົດໄຟພວມເດີນທາງໄປຍັງເຂດ Quetta Cantonment (ເຂດທະຫານໃຫຍ່) ຢູ່ນະຄອນ Quetta, ແຂວງ Balochistan. ເຫດລະເບີດໄດ້ເຮັດໃຫ້ລົດໄຟຖືກລຸກໄໝ້. ໃນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍັງມີແມ່ຍິງ ແລະ ເດັກນ້ອຍ.
ກຸ່ມກະໂບດ “ທະຫານປົດປ່ອຍ Baloch” ຍອມຮັບວ່າໄດ້ປະຕິບັດເຫດ ບຸກໂຈມຕີແບບໂສ ແລະ ໃຫ້ຮູ້ວ່າ ເປົ້າໝາຍແມ່ນບັນດານັກຮົບກອງທັບ ປາກິດສະຖານ ພວມເດີນທາງໃນຖ້ຽວລົດໄຟດັ່ງກ່າວ.
