ຄຳເຫັນຂອງທ່ານ Donald Trump ໄດ້ຍົກອອກມາພາຍຫຼັງທີ່ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ປະກາດຈົດໝາຍເປີດສົ່ງເຖິງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ສະເໜີໃຫ້ການນຳສອງທ່ານພົບປະກັນແບບເຊິ່ງໜ້າເພື່ອປຶກສາຫາລືກ່ຽວກັບເລື່ອງຢຸດຕິການປະທະກັນ.
ເມື່ອຕອບຄຳຖາມກ່ຽວກັບຄຳຖະແຫຼງຂອງທ່ານປະທານາທິບໍດີ Putin ທີ່ວ່າ ມົດສະກູ ພ້ອມແລ້ວທີ່ຈະປະຕິບັດບັນດາການປະນິປະນອມ ຖ້າຫາກວ່າ ຢູແກຼນ ມີການກະທຳທີ່ຄ້າຍຄືກັນ, ທ່ານປະທານາທິບໍດີ Donald Trump ບໍ່ເປີດເຜີຍລາຍລະອຽດ ແຕ່ຢັ້ງຢືນວ່າ ທັງສອງຝ່າຍ ຈະຕ້ອງຍົກອອກບັນດາຄຳປະນິປະນອມໃດໜຶ່ງ ເພື່ອບັນລຸໄດ້ສັນຕິພາບ. ທ່ານ Trump ຢັ້ງຢືນວ່າ ອາເມລິກາ ໄດ້ສວມບົດບາດສຳຄັນໃນການຊຸກຍູ້ການໂອ້ລົມເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ.
ກໍໃນວັນທີ 04 ມິຖຸນາ, ການນຳ ລັດເຊຍ ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນວ່າ ບັນດາຂໍ້ສະເໜີສັນຕິພາບຂອງທ່ານປະທານາທິບໍດີ ອາເມລິກາ ອາດຈະກາຍເປັນພື້ນຖານໃຫ້ແກ່ຂໍ້ຕົກລົງຢຸດຕິການປະທະກັນ. ເຖິງຢ່າງໃດກໍຕາມ, ການນຳ ລັດເຊຍ ຖືວ່າ ວໍຊິງຕັນ ຕ້ອງເກ້ຍກ່ອມ Kiev ໃຫ້ຍອມຮັບບັນດາເງື່ອນໄຂທີ່ຈຳເປັນເພື່ອບັນລຸໄດ້ສັນຕິພາບ.
ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ
