ພິທີຊັກທຸງ ຢູ່ສະໜາມຫຼວງ ບາດິ່ງ ໃນວັນຊາດ ຫວຽດນາມ (ພາບປະກອບ: VOV)

ໃນສານທີ່ສົ່ງມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ອິນເດຍ, Ram Nath Kovin ປາດຖະໜາຢາກປັບປຸງສາຍພົວພັນມິດຕະພາບກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ. ທ່ານປະທານາທິບໍດີ Ram Nath Kovind ກໍເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະເກີດໂລກລະບາດ ໂຄວິດ - 19 ແລະ ສະແດງຄວາມເຊື່ອໝັ້ນວ່າ ສອງປະເທດ ຈະພ້ອມກັນຜ່ານຜ່າສິ່ງທ້າທາຍໃຫຍ່ຫຼວງນີ້.

ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສົ່ງສານອວຍພອນມາຍັງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ປະຊາຊົນ ຫວຽດນາມ. ໃນສານ, ທ່ານ Joe Biden ໄດ້ສະແດງຄວາມພາກພູມໃຈທີ່ສອງປະເທດໄດ້ບັນລຸໄດ້ບາດກ້າວເດີນຫຼາຍພໍສົມຄວນໃນການສ້າງສາຍພົວພັນຄູ່ຮ່ວມມືເພື່ອສັນຕິພາບ, ວັດທະນາຖາວອນ, ຄວາມໝັ້ນຄົງ ຂອງພາກພື້ນ; ພ້ອມທັງຢັ້ງຢືນວ່າ ອາເມລິກາ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ນີ້.