ທ່ານປະທານາທິບໍດີ ອິນໂດເນເຊຍ; ພະບາດສົມເດັດພະເຈົ້າມະຫາຊີວິດ ມາເລເຊຍ; ທ່ານປະທານາທິບໍດີ ເວເນຊູເອລາ; ພະບາດສົມເດັດພະເຈົ້າມະຫາຊີວິດ ອາຣັບບິ ຊະອຸດິ; ພະບາດສົມເດັດພະເຈົ້າມະຫາຊີວິດ ມາຣົກ; ທ່ານປະທານາທິບໍດີ ແຟງລັງ ແລະ ທ່ານນາຍົກລັດຖະມົນຕີ ກູເວດ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ; ທ່ານນາຍົກລັດຖະມົນຕີ ກູເວດ ແລະ ທ່ານນາຍົກລັດຖະມົນຕີ ແຟງລັງ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ.

ທ່ານປະທານສະພາຕ່ຳ ມາເລເຊຍ ແລະ ປະທານສະພາແຫ່ງຊາດ ແຟງລັງ ກໍໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຊັ່ນດຽວກັນ.