ໝວດ​ສິນ​ຄ້າ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ຊີ້ນ​ສ່ວນເຄ​ື່ອງ​ອາ​ໄຫຼ່ ສືບ​ຕໍ່​ນຳ​ໜ້າ ດ້ວຍ​ມູ​ນ​ຄ່າກວ່າ 6 ຕື້ USD. ນອກ​ຈາກ​ນັ້ນ​ແລ້ວ, ບັນ​ດາ​ປະ​ເພດ​ສິ​ນ​ຄ້າ​ທີ່​ເປັນ​ມູນ​ເຊື້ອ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ​ເກີບ​ບັນ​ດາປະ​ເພດ ກໍ​ຮັກ​ສາ​ທ່ວງ​ທ່າ​ຟື້ນ​ຟູ​ໄດ້​ເປັນ​ຢ່າງ​ດີ ດ້ວຍ​ມູນ​ຄ່າ 1,4 ຕື້ ແລະ 1 ຕື້ USD ຕາມ​ລຳ​ດັບ.

ກົງ​ກັນ​ຂ້າມ, ວົງ​ເງິນ​ນຳ​ເຂົ້າ​ສິນ​ຄ້າ​ໃນ 2 ອາ​ທິດ​ຕົ້ນ​ເດືອນ​ພຶດ​ສະ​ພາ​ບັນ​ລຸ 26,7 ຕື້ USD. ໃນ​ນັ້ນ, ກຸ່​ມ​ວິ​ສາ​ຫະ​ກິດ FDI ກວມ​ເອົາ​ມູນ​ຄ່າ​ເກືອບ 20 ຕື້ USD. ການນຳ​ເຂົ້າ ໄດ້​ສຸມ​ໃສ່​ບັນ​ດາ​ໝວດ​ສິນ​ຄ້າ​ທີ່​ເປັນ​ວັດ​ຖຸ​ດິບ​ສົ້ນ​ເຂົ້າ ແລະ ເຄື່ອງ​ຈັກ​ອຸ​ປະ​ກອນ.

ໄລ່​ແຕ່​ຕົ້ນ​ປີ​ມາ​ຮອດ​ວັນ​ທີ 15 ພຶດ​ສະ​ພາ, ຍອດ​ມູນ​ຄ່າ​ນຳ​ເຂົ້າ - ສົ່ງ​ອອກ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ 394 ຕື້ USD, ດ້ວຍ​ລະ​ດັບ​ການ​ນຳ​ເຂົ້າ​ເກີນ​ດຸນ​ປະ​ມານ 14 ຕື້ USD. ສະ​ພາບ​ການ​ນຳ​ເຂົ້າ - ສົ່ງ​ອອກ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026 ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ຜະ​ລິດ, ປຸງ​ແຕ່ງ ແລະ ການ​ຄ້າ​ສາ​ກົນ ພວມ​ໄດ້​ຮັບ​ການ​ຟື້ນ​ຕົວ​ຢ່າງ​ແຮງ.