ເນື່ອງ​ໃນ​ໂອ​ກາດວັນລະນຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ​ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ (27/7/1947 - 27/7/2026), ຕອນ​ເຊົ້າ​ວັນ​ທີ 26 ກໍ​ລະ​ກົດ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາຢູ່ສຸສານ ປະທານໂຮ່ຈິມິນ ແລະ ຈູດ​ທູບ​ໃຕ້​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສາ​ວະ​ລີ​ບັນ​ດານັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຖະ​ໜົ​ນ ​ບັກ​ເຊີນ, ຮ່າ​ໂນ້ຍ).

ເຂົ້າ​ຮ່ວມມີ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທາ​ນ​ປະ​ເທດ ໂຕ​ເລິມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ, ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ, ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ.

ພວງ​ມາ​ລາຂອງ​ຄະ​ນະ​ມີ​​ແຖວຕົວ​ໜັງ​ສື “ຂໍ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່ ​ປະ​ທານ​ໂຮ່​ຈີ​ມິນ ຜູ້ຍິ່ງ​ໃຫຍ່​ຕະຫຼອດ​ໄປ”.

ດ້ວຍ​ຈິດໃຈ​ຮູ້​ບຸນ​ຄຸນ​ອັນໃຫຍ່ຫຼວງ ແລະ ​ແສນ​ເຄົາ​ລົບ​ຮັກຢ່າງ​ເລິກ​ເຊິ່ງ, ບັນ​ດາ​ຜູ້​ແທນໄດ້ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ ປະ​ທານ​ໂຮ່​ຈີ​ມິນ ການ​ນຳຜູ້ມີຄວາມເກັ່ງກ້າສາມາດ, ນັກ​ວິ​ລະ​ຊົນ​ປົດ​ປ່ອຍ​ຊາດ, ຜູ້ຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ຕໍ່ສູ້​ເພື່ອ​ສັນ​ຕິ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ໂລກ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນ​ດາ​ຜູ້​ແທນ​ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ​ບັນ​ດາ ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຖະ​ໜົ​ນ ​ບັກ​ເຊີນ ຮ່າ​ໂນ້ຍ).