|
ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຢັ້ງຢືນຄືນວ່າ ຄຳສັ່ງຢຸດຍິງຊົ່ວຄາວຢູ່ເຂດ ກາຊາ ຈະໄດ້ປະຕິບັດກໍຕໍ່ເມື່ອ “ພວກຂ້າພະເຈົ້າສາມາດນຳເອົາບັນດາຕົວປະກັນຂອງຕົນກັບເມືອ” ເທົ່ານັ້ນ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ CBS (ອາເມລິກາ), ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ຈຸດປະສົງແມ່ນຮັບປະກັນໃຫ້ຕົວປະກັນ ປະມານ 240 ຄົນ ສາມາດອອກຈາກເຂດ ກາຊາ.
ໃນການຜັນແປຫຼ້າສຸດ, ເຊື້ອເພີງໜູນຊ່ວຍຖ້ຽວທຳອິດ ຈາກ ອີຢິບ ໄດ້ເຂົ້າເຂດ ກາຊາ ໃນຕອນຄ່ຳວັນທີ 17 ພະຈິກ, ພາຍຫຼັງທີ່ ອິດສະຣາແອັນ ຕົກລົງເຫັນດີຕໍ່ຄຳຮຽກຮ້ອງຂອງ ອາເມລິກາ ໂດຍອະນຸຍາດໃຫ້ສະໜອງເຊື້ອເພີງຢ່າງມີຂໍ້ຈຳກັດ ແນໃສ່ຢຸດຕິສະພາວະບໍ່ມີໄຟຟ້າ.

