ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ Donald Trump ໄດ້​ໄປ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ພາຍຫຼັງ​ປະ​ກາດ​ກອບຂໍ້​ຕົກ​ລົງກັບ ອີ​ຣານ ແນ​ໃສ່​ສິ້ນ​ສຸດ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວເປັນ​ເວ​ລາກວ່າ 3 ເດືອນ. ເມື່ອ​ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ ໃຫ້​ຮູູ້​ວ່າ ພາຍຫຼັງ​ບັນ​ລຸ​ໄດ້​ບາດ​ກ້າວ​ເດີນ​ໃນ​ບັນ​ຫາ ອີ​ຣານ, ວໍ​ຊິງ​ ​ຈະສຸມ​ໃສ່​ບັນ​ດາ​ຄວາມ​ມານ​ພະ​ຍາ​ຍາມ​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຫຼາຍ​ຂຶ້ນ​.

ໃນ​ຂອບ​ເຂດກອງ​ປະ​ຊຸມ, ບັນ​ດາ​ການ​ນຳ G7 ໄດ້​ດຳ​ເນີນກອງ​ປະ​ຊຸມ​ກັບ​ທ່ານ Volodymyr Zelensky ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ. ຕາມ​ແຫຼ່ງ​ຂ່າວ​ຕ່າງ​ປະ​ເທດ ຝ​ລັ່ງ​ ແລ້ວ, ບັນ​ດາ​ການ​ນຳ G7 ຕົກ​ລົງ​ເປັນ​ເອ​ກະ​ພາບ​ຮັກ​ສາ​ການ​ໜູນ​ຊ່ວຍ ຢູ​ແກຼນ, ໃນ​ນັ້ນ ມີ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ​ອາ​ກາດ ແລະ ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ພື້ນ​ຖານ​ໂຄງ​ລ່າງ.