ວັນທີ 14 ກໍລະກົດ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແຈ້ງໃຫ້ຊາບວ່າ ໄດ້ຍົກເລີກແຜນການຈັດວາງຄ່າທຳນຽມເຖິງ 20% ສຳລັບບັນດາກ່ຳປັ່ນທີ່ໄປຜ່ານຊ່ອງແຄບທະເລ Hormuz, ພາຍຫຼັງທີ່ປະກາດມາດຕະການນີ້ໄດ້ໜຶ່ງວັນ, ແທນທີ່ນັ້ນ ຫັນໄປສູ່ການຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນກັບບັນດາພັນທະມິດເຂດອ່າວ.
ໃນສື່ສັງຄົມ Truth Social, ທ່ານປະທານາທິບໍດີ Donald Trump ໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ຕັດສິນໃຈປ່ຽນແທນລະດັບຄ່າທຳນຽມ 20% ຂອງ ອາເມລິກາ ດ້ວຍບັນດາຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນ ເຊິ່ງບັນດາປະເທດເຂດອ່າວອື່ນຈະປະຕິບັດກັບ ອາເມລິກາ”.
ກ່ອນໜ້ານັ້ນ, ວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ ແຈ້ງໃຫ້ຊາບວ່າ ວໍຊິງຕັນ ຈະຈັດວາງຄ່າທຳນຽມ 20% ສຳລັບບັນດາກ່ຳປັ່ນທີ່ໄປຜ່ານຊ່ອງແຄບທະເລ Hormuz, ແຕ່ບໍ່ເຜີຍໃຫ້ຮູ້ກົນໄກເກັບຄ່າທຳນຽມ, ຈຸດເວລາຜັນຂະຫຍາຍ ກໍຄືອົງການປະຕິບັດຢ່າງຈະແຈ້ງ. ການກະທຳນີ້ ໄດ້ສ້າງຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງຖືກຜົນກະທົບຕໍ່ການເຄື່ອນໄຫວຂົນສົ່ງທາງທະເລ ແລະ ຕະຫຼາດພະລັງງານທົ່ວໂລກໃນທັນທີ, ຍ້ອນຊ່ອງແຄບທະເລ Hormuz ແມ່ນໜຶ່ງໃນບັນດາເສັ້ນທາງຂົນສົ່ງນ້ຳມັນບໍ່ທີ່ສຳຄັນທີ່ສຸດໃນໂລກ.
