ຕອນ​ຄ່ຳ​ວັນ​ທີ 4 ພຶດ​ສະ​ພາ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ (UAE) ໃຫ້​ຮູ້​ວ່າ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ປະ​ເທດ​ນີ້​ໄດ້​ຕີ​ສະ​ກັດ​ລູກ​ສອນ​ໄຟ​ນຳວິ​ຖີ​ລູກ​ປືນ 12 ລູກ, ລູກ​ສອນ​ໄຟ​ມີ​ປີກ 3 ລູກ ແລະ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ 4 ລຳ ທີ່​ບິນ​​ຈາກດິນ​ແດນ ອີ​ຣານ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເມື່ອ​ຄຳ​ສັ່ງ​ຢຸດ​ຍິງລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 8 ເມ​ສາ, ອີ​ຣານ ຍິ​ງ​ລູກ​ສອນ​ໄຟ ແລະ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​​ໄປ​ຍັງ UAE. ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ພົນ​ລະ​ເມືອງ ອິນ​ເດຍ 3 ຄົ​ນ​ຖືກ​ບາດ​ເຈັບ ແລະ ກໍ່​ໃຫ້​ເກ​ີດ​ໄຟໄໝ້​ຂະ​ໜາດ​ໃຫຍ່​ຢູ່​ທ່າ​ກ່ຳ​ປັ່ນ​ນ້ຳ​ມັນ​ບໍ່ Fujairah.

ໃນ​ຂະ​ນະ​ນັ້ນ, ​ຕອນ​ຄ່ຳ​ວັນ​ທີ 04 ພຶດ​ສະ​ພາ, ໂທ​ລະ​ພາບ​ແຫ່ງ​ລັດ ອີ​ຣານ ຢັ້ງ​ຢືນ​ວ່າ ບັນ​ດາ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ທ່າ​ກ່ຳ​ປັ່ນ Fujairah ແມ່ນ​ຜົນ​ຕາມ​ມາ​ຂອງ​ເລື່ອງກອງ​ທັບ ອາ​ເມ​ລິ​ກາບໍ່​ເມີນ​ເສີຍ​ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ອີ​ຣານ ແລະຕັ້ງ​ໃຈຊອກ​ຫາ​ວິ​ທີ​ເປີດ​ຊ່ອງ​ທາງ​ໄປ​ມາ​ໃຫ້​ແກ່​ກ່ຳ​ປັ່ນ​ລຳ​ຕ່າງໆ​ໄປ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ແບບ​ຜິດ​ກົດ​ໝາຍ.

ບາ​ທີ - ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ