ຕາມກອງບັນຊາການທະຫານສູນກາງ ອາເມລິກາ (CENTCOM) ແລ້ວ, ກຳລັງ ອາເມລິກາ ໄດ້ດຳເນີນບັນດາບັ້ນບຸກໂຈມຕີ ແນໃສ່ “ລົງໂທດຢ່າງໜັກໜ່ວງໃຫ້ແກ່ການກະທຳແນໃສ່ເປົ້າໝາຍ ແລະ ບຸກໂຈມຕີກຳປັ່ນການຄ້າ”. ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເປົ້າໝາຍບຸກໂຈມຕີລວມມີລະບົບປ້ອງກັນອາກາດ, ລະບົບຕິດຕາມກວດກາແຄມຝັ່ງທະເລ, ລູກສອນໄຟໜ້າດິນຕ້ານທາງອາກາດ, ຖານຍິງລູກສອນໄຟນຳວິຖີຕໍ່ຕ້ານເຮືອຮົບ, ເຮືອບິນບໍ່ມີຄົນຂັບ ແລະ ບັນດາຮາກຖານທ່າກ່ຳປັ່ນທະເລຂອງ ອີຣານ. ບັນດາເຈົ້າໜ້າທີ່ ອາເມລິກາ ຄາດຄະເນບັນດາບັ້ນບຸກໂຈມຕີອາດຈະແກ່ຍາວໃນຫຼາຍຊົ່ວໂມງ.
ກ່ອນໜ້ານັ້ນ, ຄວາມເຄັ່ງຕຶງລະເບີດອີກຄັ້ງໜຶ່ງຢູ່ເຂດຊ່ອງແຄບທະເລ Hormuz ເມື່ອວັນທີ 07 ກໍລະກົດ, ມີກຳປັ່ນຂົນສົ່ງສິນຄ້າ 3 ລຳຖືກບຸກໂຈມຕີໃນເຂດທະເລຍຸດທະສາດນີ້.
ນັກຂ່າວ VOV ປະຈຳ ອີຢິບ
