ໃນ​ການ​ໃຫ້​ສຳ​ພາດ​​ກັບ Fox News, ທ່ານ​ປະ​ທາ​ນາ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ອີ​ຣານ ບໍ່​ຄວບ​ຄຸມ​ຊ່ອງ​ແຄບ​ທະ​ເລ Hormuz, ແຕ່​ຖື​ວ່າ ເຕ​ເຮ​ຣານ ຍັງ​ອາດ​ສາ​ມາດ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ເດີນ​ເຮືອ​ຖືກ​ຂາດ​ວັກ​ຂາດ​ຕອນ ດ້ວຍ​ວິ​ທີວາງ​ລະ​ເບີດ​ໃຕ້​ນ້ຳ. ການ​ນຳ ອາ​ເມ​ລິ​ກາ ກ່າວ​ເຕືອນ​ວ່າ ວໍ​ຊິງ​ຕັນ ອາດ​ຈະ​ບຸກ​ໂຈມ​ຕີ​ເຂດ​ປະ​ສົມ ພູ Pickaxe ຖ້າ​ສອງ​ຝ່າຍ​ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ. ອາ​ເມ​ລິ​ກາ ອາ​ດ​ຈະ​ມ້າງ​ທຳ​ລາຍ​ຂົວ ແລະ ໂຮງ​ງານ​ໄຟ​ຟ້າ​ຫຼາຍ​ແຫ່ງ​ຂອງ ອີ​ຣານ, ແຕ່​ກໍ​ຈະຫຼີກ​ລ້ຽງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ບັນ​ດາ​ຮາກ​ຖານ​ບຳ​ບັດ​ນ້ຳ​ທະ​ເລ ເພື່ອ​ບໍ່​ໃຫ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ.

ໃນ​ວັນ​ດຽວ​ກັນ, ອີ​ຣານ​ ກໍ​ຖະ​ແຫຼງ​ຍັງ​ຮັກ​ສາ​ສິດ​ຄວບ​ຄຸມ​ການ​ເຄືື່ອນ​ໄຫວ​ເດີນ​ເຮືອ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz, ພ້ອມ​ທັງ​ປະ​ຕິ​ເສດ​ຂໍ້​ມູນ​ທີ່​ວ່າ ປະ​ເທດ​ນີ້​ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຢຸດ​ຕິ​ຊົ່ວ​ຄາວ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ແກ່​ຍາວ 2 ອາ​ທິດ.