ໃນ​ສື່​ສັງ​ຄົມ​ອອນ​ໄລ X, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi ໃຫ້​ຮູ້​ຕື່ມ​ອີກ​ວ່າ ບັນ​ດາ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ບັນ​ດາ​ປະ​ເທດ​ສິນ​ຄ້າສົ່ງ​ອອກ​ນ້ຳ​ມັນ​ບໍ່ ແລະ ປີ​ໂຕ​ເຄ​ມີ, ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ, ຢຸດ​ຕິ​ການ​ກັກ​ຊັບສິນ​ບາງ​ຢ່າງ ແລະ ເລີ່ມ​ຕົ້ນ​ແຜນ​ການ​ກໍ່ສ້າງ​​ຄືນ​ໃໝ່ ແລະ ພັດ​ທະ​ນາ​ຄັ້ງ​ໃຫຍ່​ສຳ​ລັບ ອີ​ຣານ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ JD Vance ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອີຮານ ໄດ້ເຫັນ​ດີ​ເພື່ອ​ໃຫ້​ບັນ​ດາ​ນັກກວດ​ສອບ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ກັບ​ຄືນ​ປະ​ເທດ​ນີ້, ພາຍຫຼັງ​ຮອບ​ເຈ​ລະ​ຈາ​ທຳ​ອິດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ.

ສ່ວນ​ຝ່າຍ ອີ​ຣານ, ກ​່ອນ​ໜ້າ​ນັ້ນ, ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ “ໄດ້​ມີ​ວາ​ລະ​ປຶ​ກ​ສາ​ຫາ​ລື​ສັ້ນໆ ກ່ຽວ​ກັບ​ບັນ​ຫານິວ​ເຄຼຍ, ແຕ່​ບໍ່​ໄດ້​ລົງ​ເລິກ​ລາຍ​ລະ​ອຽດ”. ຝ່າຍ ອີ​ຣານ ຍັງ​ບໍ່​ທັນ​ມີ​ຖະ​ແຫຼງ​ການ​ໃໝ່ ພາຍຫຼັງ​ທີ່ ອ​າ​ເມ​ລິ​ກາ ປະ​ກາດ​ເລື່ອງ​ບັນ​ດາ​ນັກ​ກວດກາ IAEA ຈະ​ກັບ​​ເມື່ອ​ປະ​ເທດ ສາ​ທາ​ລະ​ນະ​ອິດ​ສະ​ລາມ.

ສຳ​ລັບບັນ​ດາ​ຝ່າຍ​ເປັນ​ກາງ​ໄກ​່​ເກ່ຍ, ທ່ານ Shehbaz Sharif ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ ຖື​ວ່າ ບັນ​ດາ​ຮອບ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ໃນ​ບັນ​ຍາ​ກາດ​ທີ່​ຕັ້ງ​ໜ້າ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ, ສິ້ນ​ສຸດ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຂັ້ນ​ສູງ ແນ​ໃສ່​ຕິດ​ຕາມ​ກວດ​ກາວິ​ວັດ​ທະ​ນາ​ການ​ທາງ​ການ​ເມືອງ, ພ້ອມ​ທັງ​ເລີ່ມ​ຕົ້ນການ​ເຈ​ລ​ະ​ຈາ​ດ້ານ​ເຕັກ​ນິກ​ຮອບ​ຕໍ່​ໄປ.