ໝູ່ບ້ານ Houla ຢູ່ທາງທິດໃຕ້ ລີບັງ (ພາບ: Reuters)

ວັນທີ 25 ພະຈິກ, ວົງການເຈົ້າໜ້າທີ່ ລີບັງ ໄດ້ຢັ້ງຢືນວ່າ ຄຳສັ່ງຢຸດຍິງລະຫວ່າງກອງທັບ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ໃກ້ຈະໄດ້ຮັບການປະກາດ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ກອງທັບ ອິດສະຣາແອັນ ຍັງສືບຕໍ່ຍູ້ແຮງບັນດາບັ້ນບຸກໂຈມຕີທາງອາກາດຢ່າງດຸເດືອດ ເຂົ້າ ລີບັງ, ເຮັດໃຫ້ມີຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຢ່າງຮ້າຍແຮງ ແລະ ກໍ່ຄວາມວິຕົກກັງວົນຕໍ່ຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຈະຖືກຜົນກະທົບ.

ກ່ຽວຂ້ອງເຖິງຄວາມມານະພະຍາຍາມຊຸກຍູ້ຂໍ້ຕົກລົງຢຸດຍິງດັ່ງກ່າວ, ຕອນບ່າຍຂອງວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ລີບັງ Elias Bou Saab ຢັ້ງຢືນວ່າ ບໍ່ມີບໍ່ວ່າສິ່ງກີດຂວາງໃດທີ່ໜັກໜ່ວງໃນການຜັນຂະຫຍາຍຂໍ້ຕົກລົງຢຸດຍິງທີ່ແກ່ຍາວເຖິງ 60 ວັນລະຫວ່າງ IDF ແລະ ເຮັກໂບລາ ໂດຍ ອາເມລິກາ ສະເໜີ. ທ່ານຮອງປະທານສະພາແຫ່ງຊາດ ລີບັງ ໃຫ້ຮູ້ວ່າ ບັນດາຝ່າຍຕົກລົງເປັນເອກະພາບສ້າງຕັ້ງຄະນະກຳມະການຕິດຕາມການຢຸດຍິງ ໂດຍມີການເຂົ້າຮ່ວມຂອງ 5 ປະເທດ ໂດຍ ອາເມລິກາ ນຳໜ້າ.

ນັກຂ່າວ VOV ປະຈຳ ອີຢິບ