ມີ​ແຫຼ່ງ​ຂ່າວ​ທາງ​ການ​ທູດ​ໃນ​ພາກ​ພື້ນ ໄດ້​ເຜີຍ​ໃຫ້​ຮູ້​ວ່າ ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ ແລະ ອີ​ຣານ ຍັງ​ສືບ​ຕໍ່​ເຈ​ລະ​ຈາ ແລະ ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ຕົກ​ລົງ​ເຫັນ​ດີ​ກ່ຽວ​ກັບ​ເນື້ອ​ໃນ​ສຸດ​ທ້າຍ​ເທື່ອ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວໜັງ​ສື​ພິມ Times of Israel, ແຫຼ່ງ​ຂ່າວ​ທາງ​ການ​​ທູດ​​ດັ່ງ​ກ່າວ​ຖື​ວ່າ ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ບັນ​ດາ​ນັກ​ເຈ​ລະ​ຈ​າ​ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ “ບໍ່​ສາ​ມາດ​ສ່ອງ​ແສງ​ສະ​ພາບ​ການ​ເຈ​ລະ​ຈາ​ໃນ​ປັດ​ຈຸ​ບັນ​ຢ່າງ​ຊັດ​ເຈນ​ໄດ້”.

ຄຳ​ຖະ​ແຫຼງ​ຂ່າວ​ດັ່ງ​​ກ່າວກົງ​ກັນ​ຂ້າມ​ກັບ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ​ກ່ອນ​ໜ້າ​ນັ້ນ ໂດຍ​ຖື​ວ່າ ບັນ​ດາ​ນັກ​ເຈ​ລະ​ຈາ ອາ​ເມ​ລິ​ກາ ແລະ ອີ​ຣານ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ ກ່ຽວ​ກັບ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU). ໃນ​ຂະ​ນະ​ທີ່​ສະ​ພາບ​ການ​ຕົວ​ຈິງ ຊີ້​ໃຫ້​ເຫັນ​ວ່າ ຄວາມ​ເຄັ່ງ​ຕຶງ​ຍັງ​ບໍ່​ທັນ​ຫຼຸດ​ລົງ​ເທື່ອ. ຫວ່າງ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ເຂົ້າ​ພາກ​ໃຕ້ ອີ​ຣານ ດ້ວຍ​ຂໍ້​ອ້າງ “ປ້ອງ​ກັນ​ຕົວ” ແລະ ຖືກ​ຝ່າຍ ອີ​ຣານ ກ່າວ​ຫາ​ວ່າ ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ. ອີ​ຣານ ຖະ​ແຫຼງ ຈະ​ໂຕ້​ຕອບ​ຄືນ​ຢ່າງ​ແຂງ​ກະ​ດ້າງ ຖ້າ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ຍັງ​ສືບ​ຕໍ່​ດຳ​ເນີນ. ໃນ​ປະ​ຕິ​ກິ​ລິ​ຍາ​ອື່ນ, ວັນ​ທີ 28 ພຶດ​ສະ​ພາ, ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ຖະ​ແຫຼງວ່າ ອາ​ເມ​ລິ​ກາ ຈະ​ສະ​ກັດ​ກັ້ນ​ບັນ​ດາ​ບໍ​ລິ​ສັດ​ກາ​ນ​ບິນ ອີ​ຣານ ເຂົ້າ​ເຖິງ​ການ​ບໍ​ລິ​ການ​ລົງ​ຈອດ​ເດີນ, ເພີ່ມ​ເຊື້ອ​ເພີງ ແລະ ຂາຍ​ປີ້ ເມື່ອ​ການ​ເຈ​ລະ​ຈາ​ສືບ​ຕໍ່ຖືກ​ຈົນ​ຕາ​ແຈ.